ທ່ານ​ຫຼີ​ເຄີ້ສຽງ ​ຢ້ຽມຢາມຣັດ​ເຊຍ​ຢ່າງ​ເປັນ​ທາງ​ການ
2016-11-07 16:03:03  cri 
​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນຂອງ​ທ່ານດິມິ​ຕຣີ ​ເມັດ​ເວ​ເດັຟ ນາຍົກລັດຖະມົນຕີຣັດ​ເຊຍ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເດີ​ນທາງ​ເຖິງ​ສະໜາມ​ບິນ​ສາກົນ​ພູນ​ໂກ​ໂວ​ເມືອງ​ແຊງ​ເປ​​ເຕສະ​ບວກຣັດ​ເຊຍ​ໃນ​ຕອນ​ເຊົ້າ​ວັນ​ທີ 6 ພະຈິກ​ນີ້, ​​ເພື່ອ​ເຂົ້າ​ຮ່ວມ​ພົບ​ປະ​ຄັ້ງ​ທີ 21 ລະຫວ່າງ​ນາຍົກລັດຖະມົນຕີຈີນກັບຣັດ​ເຊຍ​ແລະ​ຢ້ຽມຢາມຣັດ​ເຊຍ​ຢ່າງ​ເປັນ​ທາງ​ການ. ​ໃນ​ໄລຍະ​ຢ້ຽມຢາມຣັດ​ເຊຍ, ທ່ານ​ຫຼີ​ເຄີ້ສຽງ​ ຈະ​​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ປູ​ຕິນ ປະທານາທິບໍດີ​ຣັດ​ເຊຍ, ​ເຈລະຈາ​ກັບ​ທ່ານດິມິ​ຕຣີ ​ເມັດ​ເວ​ເດັຟ ນາຍົກລັດຖະມົນ ຕີຣັດ​ເຊຍ​ແລະ​ຖະ​ແຫຼ​ງຂ່າວ​ຮ່ວມ, ​ລວມທັງເປັນ​ສັກຂີ​ພິຍານ​ໃນພິທີ​ເຊັນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ແລະ​ເຂົ້າ​ຮ່ວມ​ກິດຈະກຳ​ວັດທະນະທຳ​ຂອງ​ປະ​ເທດ​ຕື່ມ​ອີກ.

ທ່ານ​ຫຼີ​ເຄີ້ສຽງ​​ໄດ້​ເດີນທາງ​ຢ້ຽມຢາມຣັດ​ເຊຍ​ພາຍຫຼັງ​ສຳ​ເລັດ​ການເຂົ້າ​ຮ່ວມ​ການ​ພົບ​ປະກັນ​ລະຫວ່າງ​ຜູ້​ນຳ​ຈີນ-ປະ​ເທດ​ເອີ​ລົບ​ຕາ​ເວັນ​ອອກ​ແລະ​ເອີຣົບກາງ​ຄັ້ງ​ທີ 5 ​ແລະ​ຢ້ຽມຢາມ​ລັດ​ວີ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ