ກອງ​ປະຊຸມ​ພົບ​ປະປົກກະຕິຂອງ​ນາຍົກ​ຈີນ-ຣັດ​ເຊຍ​ເທື່ອ​ທີ 21
2016-11-08 10:11:03  cri 
ຕອນ​ບ່າຍ​ວັນ​ທີ 7 ພະຈິກ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ ຢູ່​ວັງ​ຄອນ​ສຕານ​ທິນ​ເມືອງ​ແຊນ​ປີ​ເຕີ​ສ​ເບີກປະ​ເທດຣັດ​ເຊຍ, ທ່ານຫຼີ​ເຄີ້ສຽງ ນາຍົກລັດ ຖະມົນຕີຈີນ​ແລະ​ທ່ານ​ດີ​ມີ​ຕຣີ ​ເມັດ​ເວ​ເດັຟ ນາຍົກລັດຖະມົນຕີຣັດ​ເຊຍ​ໄດ້​ຮ່ວມ​ກັນ​ເປັນ​ປະທານ​ກອງ​ປະຊຸມ​ພົບ​ປະປົກກະຕິ​ຂອງ​ນາຍົກ ລັດຖະມົນຕີຈີນ-ຣັດ​ເຊຍເທື່ອ​ທີ 21.

ທ່ານ​ຫຼີ​ເຄີ້ສຽງ​ຢືນຢັນ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບຣັດ​ເຊຍ​ພະຍາຍາມ​​ເຮັດ​ໃຫ້​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ເຊື່ອມ​ຕໍ່ກັບ​ສະຫະພັນ​ເສດ ຖະກິດ​ເອີຣົບ-ອາຊີ​ໃຫ້​ມີ​ປະສິດທິ​ຜົນ ​ແລະ​ຍົກ​ລະດັບ​ສາຍ​ພົວພັນ​ຈີນ-ຣັດ​ເຊຍ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ບັນລຸ​​ເປົ້າ​ໝາຍຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ແລະ​ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ. ຂະນະ​ດຽວ​ກັນ, ກໍ​ຈະພະຍາຍາມຂຸດ​ຄົ້ນ​ທ່າ​ແຮງ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ໂດຍລົງ​ເລິກ​ການ​ຮ່ວມ​ມື​ໃນ​ການກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເປັນ​ຕົ້ນພະລັງງານ​ນິວ​ເຄລຍທີ່​ໃຊ້​ເຂົ້າ​ໃນ​ທາງ​ພົນລະ​ເຮືອນ, ການ​ຜະລິດ​ອຸປະກອນ​ການບິນ,ທາງ​ລົດ​ໄຟ​ແລະ​ອື່ນໆ.

ທ່ານ​ເມັດ​​ເວ​ເດັຟກ່າວ​ວ່າ: ຣັດ​ເຊຍ-ຈີນ​ເປັນ​ເພື່ອນ​ບ້ານ​ໃກ້​ຄຽງ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ກັນ. ປີ​ນີ້, ສອງ​ປະ​ເທດ​ຖືວັນ​ລະນຶກ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ປະສານ​ງານ​ຍຸດ​ທະ​ສາດ​ຄົບຮອບ 20 ປີ ​ແລະ​ການ​ເຊັນ​ສົນທິສັນຍາ​ການ​ຮ່ວມ​ມື​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງຣັດ​ເຊຍ-ຈີນ​ເປັນ​ໂອກາດ​ທີ່​ດີ​ເພື່ອ​ຮັກສາ​ສາຍ​ພົວພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບດ້ານ​ໃຫ້​ຂະຫຍາຍຕົວ​​​ໃຫ້​ສູງຂຶ້ນ,​ເພີ່ມ​ທະວີ​ການ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ​ໃນ​ວຽກ​ງານ​ສາກົນ​ທັງ​ພ້ອມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ໂລກ.

ນາຍົກລັດຖະມົນຕີທັງສອງປະ​ເທດ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ການ​ປະຕິບັດ​ໜ້າ​ທີ່ຂອງ 4 ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ຄື ຄະນະ​ກຳມະການ​ຮ່ວມ​ມື​ວັດທະນະທຳ​ຈີນ-ຣັດ​ເຊຍ, ຄະນະ​ກຳມະການພົບ​ປະ​ເປັນ​ປົກກະຕິຂອງ​ນາຍົກຈີນ-ຣັດເຊຍ,ຄະນະ​ກຳມະການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ແລະ​ຄະນະ​ກຳມະການ​ຮ່ວມ​ມື​ດ້ານ​ພະລັງງານ ທັງ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ແຜນ​ແມ່​ບົດ​ຮ່ວມມື​ໃນ​ອະນາຄົດ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ