ສປຊໄຂກອງ​ປະຊຸມ​​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​​ຄັ້ງ​ທຳ​ອິດ​ຫຼັງ "ສັນຍາ​ປາຣີ" ມີ​ຜົນ​ບັງຄັບ​ໃຊ້
2016-11-08 16:47:06  cri 
ວັນ​ທີ 7 ພະຈິກ​ນີ້, ກອງ​ປະຊຸມ​ຝ່າຍ​ທີ່ລົງ​ນາມ "ສົນທິສັນຍາ​ຂອບ​ການ​ປ່ຽນ​ແປງດິນ​ຟ້າ​ອາກາດຂອງ​ອົງການ​ສະຫະ​ປະຊາ​ຊາດ" ຄັ້ງ​ທີ 22 ​ໄດ້​ຈັດ​ຂຶ້ນ​ຢູ່​ມາຣະ​ເຄັສ ປະ​ເທດມາຣົກ, ​ແລະ​ກໍແມ່ນ​ກອງ​ປະຊຸມ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດຂອງ​ອົງກາ​ນສະຫະ​ປະຊາ​ຊາດ​ຄັ້ງ​ທຳ​ອິດ​ພາຍຫຼັງ "ສັນຍາ​ປາຣີ" ມີ​ຜົນ​ບັງຄັບ​ໃຊ້. ຝ່າຍ​ຕ່າງໆ​ຫວັງ​ວ່າ​ກອງ​ປະ​ຊຸມ​ເທື່ອ​ນີ້​ສາມາດ​ກາຍ​ເປັນ​ກອງ​ປະຊຸມ​ທີ່ "ປະຕິບັດ​​ໂຕ​ຈິງ", ທັງສະ​ແດງ​ຄວາມມຸ່ງ​ຫວັງ​ແລະ​ຄວາມ​ຕັດສິນ​ໃຈ​ຂອງ​ທົ່ວ​ໂລກ​ທີ່​ຮ່ວມ​ກັນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

​ກອງ​ປະຊຸມ​ທີ່ຈະ​ດຳ​ເນີນ​ເປັນ​ເວລາ 12 ວັນນັ້ນ, ຜູ້​ເຂົ້າ​ຮ່ວມ​ຈາກ 190 ກວ່າ​ປະ​ເທດ​ແລະ​ເຂດ​​ແຄວ້ນຈະ​ຄົ້ນຄວ້າ​ປຶກສາ​ຫາລື​ຂໍ້ຍ່ອຍ​​ໃນການ​ປະຕິບັດ "ສັນຍາ​ປາຣີ" ດ້ວຍ​ຮູບ​ແບບ​ກອງ​ປະຊຸມ​ຄົບ​ຄະນະ​ແລະ​ແບ່ງ​ໜ່ວຍ​ເພື່ອຊຸກຍູ້​ການ​ປະຕິບັດ​ "ສັນຍາ​ປາຣີ" ຕື່ມ​ອີກ​, ຂະນະ​ດຽວ​ກັນກໍຈະວາງ​ແຜນການ​​ໃຫ້ປະ​ເທດ​ທີ່​ພັດທະນາ​ແລ້ວ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ທີ່​​ສະໜັບສະໜູນງົບປະມານ 100 ຕື້​ໂດ​ລາ​ຕໍ່​ປີ.

​ໃນ​ໄລຍະ​ດັ່ງກ່າວ, ຍັງ​ຈະ​ຈັດ​ກອງປະຊຸມຂອບ "ອະນຸ​ສັນຍາ​ກຽວ​ໂຕ" ຄັ້ງ​ທີ 12 ​ແລະ​ກອງ​ປະຊຸມຂອບ "ສັນຍາ​ປາຣີ" ຄັ້ງ​ທຳ​ອິດຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ