ທ່ານ​ຫຼີ​ເຄີ້ສຽງ​ພົບ​ປະ​ກັບ​ທ່ານ​ປູ​ຕິນ
2016-11-09 16:09:26  cri 
ຕອນ​ບ່າຍ​ວັນ​ທີ 8 ພະຈິກ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ວຼາດີເມຍ ປູຕິນ ປະທານາທິບໍດີຣັດ​ເຊຍ​ຢູ່​ວັງ​​​ແກຣມ​ແລັງ ນະຄອນຫຼວງ​ມົສກູ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ຈີນ​ແລະຣັດ​ເຊຍ​ເປັນ​ປະ​ເທດ​ໃກ້​ຄຽງ​ໃຫຍ່​ທີ່​ສຸດ​ແລະ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​, ​ໂດຍສາຍ​ພົວພັນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍ​ຕົວ​ກ້າວໜ້າ​ຢ່າງ​ໝັ້ນ​ທ່ຽງ, ​ແລະ​ໄດ້​ຮັບ​ໝາກຜົນ​ໃໝ່​ຢ່າງຫຼວງ​ຫຼາຍ. ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ສອງ​ຝ່າຍ, ​ເທົ່າ​ນັ້ນ​ຫາກ​ຍັງ​ມີ​ຜົນ​ດີ​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ. ສອງ​ຝ່າຍ​ຄວນ​ປະຕິບັດຄວາມເຫັນເປັນເອກະສັນກັນລະຫວ່າງປະມຸກ​ລັດ​ສອງ​ປະ​ເທດ​ໃຫ້​ດີ, ​ເພື່ອຊຸກຍູ້​ໃຫ້​ສາຍ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່​ອີກ​.

ທ່ານ​ປູ​ຕິນກ່າວ​ວ່າ, ຜົນສຳ​ເລັດ​ໃນ​ການ​ພົບ​ປະ​ເປັນ​ປະຈຳ​ຂອງນາຍົກລັດຖະມົນຕີສອງປະ​ເທດນັ້ນ, ​ໄດ້​ຊຸກຍູ້​ການພັ​ດທະ​ນາ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ລະຫວ່າງ​ສອງ​ຝ່າຍ. ຣັດ​ເຊຍ​ຍິນ​ດີ​ສືບ​ຕໍ່​ເປີດ​ກວ້າງ​ການ​ລົງທຶນ​ສອງ​ຝ່າຍ​ກັບ​ຈີນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ການ​ເງິນ​ແລະ​ອື່ນໆ, ທັງຊຸກຍູ້​ການ​ພົວພັນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​​ໃຫ້​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ