ອິນ​ເດຍ​ປະກາດ​ເລີກ​ໃຊ້​ທະນະບັດ​ໃບ 500 ​ແລະ 1000 ຣູປີ
2016-11-10 11:36:20  cri 

ແມ່ນແຕ່ກາງຄືນປະຊາຊົນອິນເດຍຍັງໄປຖອນເງິນຢູ່ຕູ້ATM

ວັນ​ທີ 8 ພະຈິກ​ນີ້, ທ່ານ​ນາ​ເຣັນດຣາ ​ໂມ​ດີ ນາຍົກລັດຖະມົນຕີອິນ​ເດຍຖະ​ແຫຼ​ງວ່າ ປະ​ເທດຕົນ​ເລີກ​ໃຊ້​ທະນະບັດ​ໃບ 500 ​ແລະ 1000 ຣູປີ ​ເພື່ອ​ແກ້​ໄຂ​ບັນຫາ​ການ​ສໍ້​ລາດ​ບັງ​ຫຼວງ,ການ​ສ້າງ​ລາຍ​ຮັບ​ແບບ​ຜິດ​ກົດໝາຍ​ແລະ​ເງິນ​ປອມ​ໂດຍ​ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ທ່ຽງ​ຄືນ​ວັນ​ທີ 8 ພະຈິກ​ນີ້​ເປັນ​ຕົ້ນ​ໄປ.

ກະຊວງ​ການ​ເງິນ​ອິນ​​ເດຍຢືນຢັນ​ວ່າ: ມາດ​ຕະການ​ຂອງ​ທ່ານ​ໂມ​ດີ​ເປັນ​ມາດ​ຕະການທີ່​ມີ​ຄວາມ​ກ້າຫານ,​ເຂັ້ມ​ແຂງ​ແລະ​ມີ​ລັກສະນະ​ຕັດສິນ​ເພື່ອ​ຕໍ່​ຕ້ານ​ການ​ສ້າງ​ລາຍ​ຮັບ​ແບບ​ຜິດ​ກົດໝາຍ​ແລະ​ເງິນ​ປອມ.

ຈາກ​ມາດ​ຕະການ​ດັ່ງກ່າວ, ທະນາຄານ​ທົ່ວ​ປະ​ເທດ​ອິນ​ເດຍຈິ່ງ​ປິດ​ບໍລິການ 1 ວັນ ​ແລະ​ຕູ້ATMກໍ​ປິດ​ບໍລິການ 1 ວັນ​ເຊັ່ນ​ກັນ.ຂະນະ​ດຽວ​ກັນ, ທະນາຄານ​ກາງ​ອິນ​ເດຍຈະພິມ​ທະນະ​ບັດ​ໃໝ່​ມູນ​ຄ່າ 500 ​ແລະ 2000 ຣູປີ​ໃນ​ວັນ​ທີ 10 ພະຈິກ​ນີ້.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ