ປະທານ​ປະ​ເທດ​ຈີນສົ່ງ​ໂທລະ​ເລກ​ຊົມ​ເຊີຍ​​ທ່ານ ໂດ​ນັນ ທຣັມ ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ອາ​ເມ​ລິ​ກາ
2016-11-10 10:05:23  cri 
  ວັນ​ທີ 9 ພະຈິກ​ນີ້, ທ່ານ ສິຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​ທ່ານ ​ໂດ​ນັນ ທຣັມ ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ອາ​ເມ​ລິ​ກາ​ຄົນ​ໃໝ່.

  ໃນ​ໂທລະ​ເລກ​​ຊົມ​ເຊີຍ, ທ່ານ ສິຈິ້ນ​ຜິ​ງ ກ່າວ​ວ່າ: ຈີນ-ອາ​ເມ​ລິ​ກາ​ມີ​ຜົນ​ປະ​ໂຫຍດຮ່ວມທີ່​ກວ້າງຂວາງ. ຂະນະ​ທີ່​ສອງ​ປະ​ເທດ​ພັດທະນາສາຍ​ພົວພັນດ້ວຍ​ຄວາມ​ປອດ​ໃສ​​ແລະ​ໝັ້ນ​ທ່ຽງ​​ເປັນ​​ເວລາ​ຍາວ​ນານ​ນັ້ນ ລ້ວນ​ແຕ່ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ​ພື້ນຖານ​ຂອງ​ປະຊາຊົນ​ສອງ​ຊາດ​ທັງ​ເປັນສິ່ງ​ທີ່ປະຊາ​ຄົມ​ໂລກ​ຄອງຄອຍ. ຂ້າພະ​ເຈົ້າ​ໃຫ້​ຄວາມ​ສຳຄັນ​ສູງຕໍ່​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ແລະ​ພ້ອມ​ຈະ​ພະຍາຍາມ​ຮ່ວມ​ກັບ​ທ່ານ, ຖື​ຫຼັກການ​ບໍ່​ປະ​ທະ​ກັນ​ແລະ​ບໍ່​ເປັນ​ປໍ​ລະ​ປັກ​ກັນ, ​ເຄົາລົບ​ເຊິ່ງກັນ​ແລະ​ກັນ​ແລະຮ່ວມມື​ກັນ​ແບບຕ່າງ​ຝ່າຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເປີດ​ກວ້າງ​ການ​ຮ່ວມມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງສອງ​ຝ່າຍກໍ​ຄື​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ແລະ​ທົ່ວ​ໂລກ. ຂະນະ​ດຽວ​ກັນ​ກໍຄວບ​ຄຸມ​ຄວາມ​ຂັດ​ແຍ້​ງກັນ​ດ້ວຍ​ວິທີ​ສ້າງສັນ​ ເພື່ອຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ໃຫ້​ໄດ້​ຮັບ​ຄວາມ​ຄື​ບໜ້າໃຫຍ່​ຫຼວງ​ກວ່າ​ເກົ່າ​ບົນ​ຈຸດ​ເລີ່​ມຕົ້ນ​ໃໝ່​ແລະ​ນຳ​ເອົາ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ​ກໍ​ຄື​ປະ​ເທດ​ຕ່າງໆ​ໃນ​ໂລກ​ໃຫ້​ດີກ​ວ່າ​ເກົ່າ.

  ມື້​ດຽວກັນ, ທ່ານ ຫຼີຢວນຊາວ ຮອງ​ປະທານປະ​ເທດກໍ​ໄດ້​ສົ່ງ​​ໂທລະ​ເລກ​ຊົມເຊີບ​ທ່ານ ​ໄມ​ຄ໌ ​ແປນສ໌ ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ