​ວາງສະ​ແດງ​ຮູບ​ພາບ "ທ່ານຊູ່ນຢັດ​ຊຽນ​, ຊາວ​ຈີນ​ຕ່າງ​ດ້າວ​ແລະຊາວ​ຕ່າງປະ​ເທດ​ເຊື້ອສາຍ​ຈີນ" ຢູ່​ນະຄອນຫຼວງປັກກິ່ງ
2016-11-10 15:21:27  cri 

  ຕາມ​ຂ່າວ CRI: ການວາງສະ​ແດງ​ຮູບ​ພາບ​ໃນ​ຫົວ​ຂໍ້ "ທ່ານຊູ່ນຢັດ​ຊຽນ​, ຊາວ​ຈີນ​ຕ່າງ​ດ້າວ​ແລະຊາວ​ຕ່າງປະ​ເທດ​ເຊື້ອສາຍ​ຈີນ" ​ໄດ້​ຈັດ​ຂຶ້ນ​ຢູ່ສູນ​ກິລາ​ທາງ​ນ້ຳ​ແຫ່ງ​ຊາດ​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 9 ພະຈິກ​ນີ້. ການວາງສະ​ແດງ​ທີ່​ຈັດ​ໂດຍ​ຫ້ອງການ​ວຽກ​ງານ​ຊາວ​ຈີນ​ຕ່າງ​ດ້າວ​ແລະຊາວ​ຕ່າງປະ​ເທດ​ເຊື້ອສາຍ​ຈີນຂອງ ລັດຖະບານ​ຈີນ​ແລະສະມາຄົມ​ແລ​ກປ່ຽນກັບ​ພາຍນອກຈີນຄັ້ງ​ນີ້​ໄດ້​ນຳ​ເອົາ​ຮູບ​ພາບ 75 ພາບ​ແລະ​​ແບ່ງ​ອອກ​ເປັນ 3 ພາກ​ໃຫຍ່​ຄື: "ຊີວິດ​ຮຸ່ງ​ເຮືອງ​ຂອງ​ທ່ານຊູ່ນຢັດ​ຊຽນ", "​ຊາວ​ຈີນ​ຕ່າງ​ດ້າວ​ແລະຊາວ​ຕ່າງປະ​ເທດ​ເຊື້ອສາຍ​ຈີນ​ເປັນມານ​ດາ​ຂອງ​ການ​ປະຕິ​ຮູບ" ​ແລະ "ສືບ​ທອດປະ​ນິທານຂອງ​ທ່ານຊູ່ນຢັດ​ຊຽນ​​ເພື່ອ​ບັນລຸ​ຄວາມ​ໃຝ່ຝັນ​ການ​ສ້າງ​ປະ​ເທດ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ" ທັງ​ມີຄຳ​ອະທິບາຍ​ຮູບ​ເປັນ​ພາສາ​ຈີນ​ແລະ​ອັງກິດ. ການວາງສະ​ແດງ​ດັ່ງກ່າວ​ຈະ​ດຳ​ເນີນ​ເປັນ​ເວລາ 1 ​ເດືອນ​ເຊິ່ງນອກຈາກ​ຈັດ​ຢູ່​ຈີນ​ແລ້ວ​ຍັງ​ຈະໄປ​ວາງສະ​ແດງ​ຢູ່ 20 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕື່ມອີກ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ