ຈັດງານ​ສົນທະນາ​ເສດຖະກິດ​ການ​ຄ້າ​ຈີນ​ມຽນມາ​
2016-11-12 18:02:12  cri 
ວັນ​ທີ 11 ພະຈິກນີ້, ຄະນະ​ຜູ້​ແທນ​ສະມາ​ຄົມຊຸກຍູ້​​ການ​ຮ່ວມ​ມື​ໃຕ້ໆ​ຈີນ​ທີ່​ນຳພາ​ໂດຍ​ທ່ານ​ຫຼຸຍຊີ​ນຮວາ, ຮອງ​ຫົວໜ້າ​ຄະນະ​ກຳມະການ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ, ອະດີດຮອງລັດ
ຖະມົນຕີ​​ກະຊວງການ​ຕ່າງປະ​ເທດ​ຈີນ​​ໄດ້​ຈັດ​ງານ​ສົນທະນາກັບ​ຜູ້ຕາງໜ້າ​ສະຫະພັນ​ອຸດສາຫະກຳ​ແລະ​ການ​ຄ້າ​ມຽນມາ​​ຢູ່​ນະຄອນ​ຢາງ​ກຸ້ງ​ເຊິ່ງ​ເປັນ​​ໃຈກາງ​ເສດຖະກິດ​ຂອງ​ມຽນມາ, ​ເພື່ອ​ປຶກສາ​ຫາລືກ່ຽວ​ກັບ​ວິ​ສາ​ຫະກິດ​ຈີນ​ໄປ​ລົງທຶນ​ຢູ່​ມຽນມາ.

ຄະ​ນະ​ຜູ້​ແທນ​ສະມາຄົມ​ຊຸກຍູ້​ການ​ຮ່ວມມື​ໃຕ້ໆ​ຈີນທີ່​ເດີນທາງ​ໄປ​ຢ້ຽມຢາມ​ຢູ່​ມຽນມາ​​ໃນຄັ້ງ​ນີ້​ລວມທັງ​ຜູ້ຕາງໜ້າ​ຈາກ 22 ວິ​ສາ​ຫະກິດ​ໃນ​ເຂດ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ການ​ຜະລິດ​ອຸປະກອນ​​ເຂື່ອນ​ໄຟຟ້າ​ນ້ຳຕົກ, ທະນາຄານ, ບໍລິສັດ​ການ​ລົງທຶນ​ແລະ​ອື່ນໆ. ທ່ານ​ຫຼຸຍຊີ​ນ ຮວາ, ຫົວໜ້າ​ຄະນະ​ຜູ້​ແທນ, ປະທານສະມາ​ຄົມ​ຊຸກຍູ້​​ການ​ຮ່ວມ​ມື​ໃຕ້ໆ​ຈີນກ່າວ​ວ່າ, ສິ່ງ​​ສຳຄັນທີ່​ສຸດ​ໃນ​ການ​ປຶກສາ​ຫາລື​ລະຫວ່າງ​ຈີນ​ກັບ​ມຽນມາ​ແມ່ນ​ເຮັດ​ວຽກ​ງານ​ຕິດ​ຕໍ່​​ຄວາມ​ຕ້ອງການ​ໃຫ້​ດີ. ປັດຈຸບັນ​ນີ້, ຈີນ​​ແມ່ນ​ຄູ​ການ​ຄ້າ​​ໃຫຍ່​ທີ່​ສຸດ​ແລະ​​ແຫຼ່ງການ​ລົງທຶນ​ໃຫຍ່​ທີ່​ສຸດ​ຂອງ​ມຽນມາ. ​ໃນ​​ຂະນະ​ທີ່​ຍິນ​ດີ​ຕ້ອນຮັບ​​ວິ​ສາ​ຫະກິດຈີນຫຼາຍ​ກວ່າ​ເກົ່າ​ມາລົງທຶນຢູ່ມຽນມາ, ທ່ານ​ຕິນ ສະວາຍ, ຜູ້​ປະຕິບັດ​ງານ​ຜູ້​ທຳ​ອິດ​ຫຼື ceo ຂອງ​ສະຫະພັນ​ອຸດສາຫະກຳ​ແລະ​ການ​ຄ້າ​ມຽນມາ​ກ່າວ​ວ່າ, ສິ່ງ​ກໍ່ສ້າງ​ພື້ນຖານ​ໂຄງລ່າງ, ​ໂທລະ​ຄົມ, ພະລັງງານ​ແລະໄຟຟ້າ, ການ​ຂຸດ​ຄົ້ນ​ບໍ່​ແຮ່​ແລະການ​ສຳ​ຫຼວດ, ກະສິກຳ​ລ້ວນ​ແຕ່​ແມ່ນ​ຂະ​ແໜງ​ການ​ທີ່​ຕ້ອງການ​ການ​ລົງທຶນ​ຢ່າງ​ຮີບ​ດ່ວນ​ໃນ​ປັດຈຸບັນ​ນີ້.

ອີງ​ຕາມຂໍ້​ມູນ​ຕົວ​ເລກ​ທີ່​ເປີດ​ເຜີຍ​​ໂດຍ​ກົມຄຸ້ມ​ຄອງການ​ລົງທຶນ​ແລະ​​ວິ​ສາ​ຫະກິດ​ມຽນມາ, ນັບ​ມາ​ຮອດ​ທ້າ​ຍ​ເດືອນ​ມິຖຸນາ​ປີ 2016 ນີ້, ມີ​ນັກ​ທຸລະ​ກິດ​ການລົງທຶນ​ທີ່​ມາ​ຈາກ 41 ປະ​ເທດ​ມາ​ລົງທຶນ​ຢູ່​ມຽນມາ, ຈີນ​ໄດ້​ລົງທຶນ 108 ​ໂຄງການ, ຍອດ​ມູນ​ຄ່າ​ການ​ລົງທຶນ​ມີ​ເກືອບ 18 ຕື້​ໂດ​ລາສະຫະລັດ, ​ແມ່ນ​ປະ​ເທດ​ທີ່​ໄດ້​ລົງທຶນ​ຢູ່​ມຽນມາຫຼາຍ​ທີ່​ສຸດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ