ການພົວພັນ​ລະຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ​ໄດ້​ຮັບ​ການ​ປັບປຸງໃຫ້​ດີ​ຂຶ້ນ​ຢ່າງຮອບດ້ານ, ຫວັງ​ໃຫ້​ສື່​ມວນ​ຊົນ​ລາຍ​ງານຂ່າວ​ຢ່າງ​ພາວະ​ວິ​ໄສ​ແລະ​ຖືກຕ້ອງ
2016-11-12 16:38:55  cri 

ວັນ​ທີ 11 ພະຈິກ​ນີ້, ​ໃນກອງ​ປະຊຸມຂ່າວ​, ​ໃນ​ເວລາ​ຕອບ​ຄຳຖາມ​ກ່ຽວ​ກັບ​ຄຳ​ເວົ້າ​ຂອງ​ທ່ານ​ໂຣມາ​ນາ ​ເອກ​ອັກ​ຄະ​ລັດຖະທູດ​ຟີ​ລິ​ບປິນປະຈຳ​ຈີນຜູ້​ໃໝ່ທີ່​ຍັງ​ບໍ່​ທັນ​ດຳລົງ​ຕຳ​ແໜ່​ງ, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຫວັງ​ໃຫ້​ສື່​ມວນ​ຊົນທີ່​ກ່ຽວຂ້ອງ​ລາຍ​ງານ​ຂ່າວຢ່າງ​ພາວະ​ວິ​ໄສ​ແລະ​ຖືກຕ້ອງ, ຢ່າ​ເຮັດ​ສິ່ງ​ທີ່​ບິດ​ເ​ບື​ອນຜູ້​ໃຫ້​ສຳ​ພາດແລະ​ເຮັດ​ໃຫ້​ຜູ້​ອ່ານ​​ເຂົ້າ​ໃຈ​ຜິດ. ​ປັດ​ຈຸ​ບັນ, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງຮອບດ້ານ, ຝ່າ​ຍຈີນ​ຍິນ​ດີ​ຮ່ວມກັບ​ຝ່າ​ຍຟີ​ລິບ​ປິ​ນອອ​ກ​ແຮງ​ຂະ​ຫຍາ​ຍການ​ຮ່ວມ​ມື​ຢ່າງມີ​ໄມຕີ​ຈິດລະຫວ່າງ​ປະ​ເທດ​ໃຫ້ກ້າວ​ສູ່​ລວງ​ເລິກ.

ທ່ານ​ກ່າວ​ວ່າ, ​ໃນ​ໄລຍະ​ທ່ານ​ດູ​ເຕ​ຣ໌​ເຕຢ້ຽມຢາມ​ຈີນ, ຜູ່​ນຳ​ສອງ​ປະ​ເທດ​ຈີນ​ຟີ​ລິບ​ປິນ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເຕັມທີ່​ກ່ຽວ​ກັບ​ຫຼາຍ​ບັນຫາ, ຍັງ​​ໄດ້ກ້າວ​ເຖິງ​ຂັ້ນ​ມີຄວາມ​ຮັບ​ຮູ້​ຄື​ກັນຫຼາຍ​ດ້ານ, ລວມທັງ​​ເປັນ​ເອກະສັນ​ກັນ​ເຫັນວ່າຄວນ​​ເນັ້ນ​ໜັກ​ການ​ຮ່ວມ​ມື​ແລະ​ສະຫງວນ​ຄວາມຂັດ​ແຍ້​ງ, ຮ່ວມກັນ​ຊຸກຍູ້​ໃຫ້ບັນຫາ​ທະ​ເລ​ຈີນ​ໃຕ້​ກັບ​ຄືນສູ່​ວົງ​ໂຄຈອນ​ທີ່​ໃຫ້ຝ່າຍ​ກ່ຽວຂ້ອງ​ໂດຍ​ກົງ​ມາ​ແກ້​​ໄຂ​ໂດຍ​ຜ່ານ​ການ​ສົນທະນາ​ແລະປຶກສາຫາລື​ລະຫວ່າງ​ສອງ​ຝ່າຍ. ສອງ​ຝ່າຍ​ຈີນ​ຟີ​ລິບ​ປິນກໍ່​ເຫັນວ່າ, ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ດັ່ງກ່າວ​ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ​ຈີນ​ຟີ​ລິບ​ປິນ​ແລະ​ປະຊາຊົນ​ສອງ​ຊາດ, ຍັງ​ໄດ້​ສ້າງ​ເງື່ອນ​ໄຂ​ທີ່​ດີ​​ໃຫ້​ແກ່​ສັນຕິພາບ, ສະ​ເຖຍລະ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ. ທ່ານ​ກ່າວ​ວ່າ, ປັດ​ຈຸ​ບັນ, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງຮອບດ້ານ. ຝ່າຍ​ຈີນ​ຍິນ​ດີຮ່ວມ​ກັບ​ຟີ​ລິບປິ​ນອອກ​ແຮງ​ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​ຮ່ວມ​ມືຢ່າງ​ມີ​ໄມຕີ​ຈິດ​ລະຫວ່າງ​ສອງ​ປະ​ເທດ, ຊຸກຍູ້​ໃຫ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ໝາກຜົນ​ອັນ​ແທ້​ຈິງ​ຫຼາຍ​ກວ່າ​​ເກົ່າ.

ຕາມ​ຂ່າວ​ແຈ້ງອີກ​ວ່າ, ກ່ອນ​ໜ້ານີ້, ທ່ານ​​ໂຣມາ​ນາ​ຍັງ​ກ່າວ​ວ່າ, ສາມາດ​ຖອດ​ຖອນບົດຮຽນ​ຈາກການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງດ້ານ​ຜືນ​ແຜ່ນດິນ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ແລະ​ປະ​ເທດ​ອື່ນ, ​ໃນ​ນັ້ນມີ​ຈຸດ​ພື້ນຖານ​ກໍແມ່ນ, ຖ້າ​ໃຊ້​ມາດ​ຕະການ​ອັນ​ແຂງ​ແຮງ, ຈີນ​ຈະ​ມີ​ການ​ຕອບ​ໂຕ້​ອັນ​ແຂງ​​ແຮງຫຼື​ແຂງ​ແຮງ​ກວ່າ. ຈີນ​ກັບ​ຫວຽດນາມ​ແລະ​ປະ​ເທດ​ອື່ນ​ໄດ້​ມີ​ແຜນການ​ແກ້​ໄຂ​ໂດຍ​ຜ່ານ​ກາ​ນ​ປຶກສາຫາລື​ຫຼາຍ​ປີ. ນີ້​ສ​ະ​ແດງ​ໃຫ້​ເຫັນ​ວ່າ, ການ​ແກ້​ໄຂ​ຄວາມຂັດ​ແຍ້ງດ້ານ​ຜືນ​ແຜ່ນດິນ​ກັບອົງ​ກອນ​​ເສດຖະກິດ​ໃຫຍ່​ທີ່​ສອງ​ໃນ​ໂລກ​ແມ່ນ​ເລື່ອງ​ທີ່​ເປັນ​ໄປ​ໄດ້, ພຽງ​ແຕ່ຕ້ອງການ​ເວລາຊື່ໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ