ທ່ານ​ຈ່າງ​ເຕີ​ຈ່ຽງ​ຢ້ຽມຢາມສັນທະ​ວະ​ໄມຕີ​ຕໍ່​ຫວຽດນາມ​ຢ່າງ​ເປັນ​ທາງ​ການ
2016-11-12 17:43:37  cri 

ໂດ​ຍຕອບສະໜອງຕາມ​ຄຳ​ເຊີນຂອງ​ທ່ານ​ນາງ​ຫງວຽນຕີ​ກິມຫງັນ ກຳມະການ​ກົມ​ການ​ເມືອງ​ສູນກາງ​ພັກ​ກອມ​ມູນິດ​ຫວຽດນາມ, ປະທານສະພາ​ແຫ່​ງຊາດ​ຫວຽດນາມ, ​​ແຕ່​ວັນ​ທີ 8 ຫາ​ວັນ​ທີ 11 ພະຈິກນີ້, ທ່ານ​ຈ່າງ​ເຕີ​ຈ່ຽງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ນຳພາຄະ​ນະ​ຜູ້​ແທນ​ພັກ​ການ​ເມືອງຈີນ​ໄປ​ຢ້ຽມຢາມ​ສັນທະ​ວະ​ໄມຕີ​ຕໍ່ຫວຽດນາມ​ຢ່າງ​​ເປັນທາງ​ການ, ​ໃນ​ໄລຍະ​ຢ້ຽມຢາມ, ທ່ານ​ຈ່າງ​ເຕີ​ຈ່ຽງ​ໄດ້​ພົບ​ປະ​ທ່ານ​ຫງວຽນຟູ​ຕົງ ​ເລຂາ​ທິການໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ທ່ານ​ຕັນ​ໄດ​ກວາງ ປະທານ​ແຫ່ງ​ຊາດ​ຫວຽດນາມ, ທ່ານ​ຫງວນຊວນ​ຟຸກ ນາຍົກລັດຖະມົນຕີຫວຽດນາມ​, ​​ແລະໄດ້ເຈລະຈາ​ກັບ​ທ່ານ​ນາງຫງວຽນຕີ​ກິມຫງັນ, ພົບ​ປະ​ທ່ານຣວນຊັນ​ເຣນ ປະທານ​ແນວປະ​ເທດ​ຊາດ​ຫວຽດນາມ.

​ໃນ​ເວລາ​ພົບ​ປະ​ທ່ານ​ຫງວນຟູ​ຕົງ, ທ່ານ​ຈ່າງ​ເຕີ​ຈ່ຽງ​ໄດ້​ສົ່ງ​ຄວາມ​ຢື້​ຢາມຖາມ​ຂ່າວ​ທີ່​ອົບ​ອຸ່ນ​ຂອງ​ທ່ານ​​ເລຂາທິການ​ໃຫຍ່ສີ​ຈີ້​ນພິງ​ໄປ​ຍັງ​ທ່ານ​ຫງວຽນ​ຟູ​ຕົງ. ທ່ານ​ຈ່າງ​​ເຕີ​ຈ່ຽງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລດ​ທີ່​ພັກ​ແລະ​ປະ​ເທດ​ຫວຽດນາມ​ໄດ້​ຮັບ. ທ່ານ​ກ່າວ​ວ່າ, ຈີນ​ກັບ​ຫວຽດນາມ​ລ້ວນ​ແຕ່​​ແມ່ນ​ປະ​ເທດ​ສັງຄົມ​ນິຍົມ​ທີ່​ນຳພາ​ໂດຍ​ພັກ​ກອມ​ມູນິດ, ການ​ເພີ່ມ​ທະວີ​ແລະ​ລົງ​ເລິກ​ການ​ພົວພັນ​ລະຫວ່າງ​ສອງ​ພັກ​ແມ່ນ​​ເລື່ອງທີ່ສຳຄັນ​ທີ່​ສຸດ. ຝ່າຍ​ຈີນ​ຍິນ​ດີ​ພະຍາຍາມຮ່ວມກັບ​ຝ່າຍ​ຫວຽດນາມ, ຜັນ​ຂະຫຍາຍ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ອັນ​ສຳຄັນ​ລະຫວ່າງທ່ານ​ເລຂາ​​ທິການໃຫຍ່​ສີ​ຈີ້​ນພິງ​ກັບ​ທ່ານ​ເລ​ຂາ​ທິການໃຫຍ່​ຫງວຽນຟູ​ຕົງ​, ປະຕິ​ບັດ​ຕາມ​ທິດ​ທາງ " 16 ຕົວ​ໜັງສື" ​ແລະ​ຈິດ​ໃຈ "ສີ່ດີ" , ສືບ​ທອດ​ມິດ​ຕະພາບ​ດັ້ງ​ເດີມ​ລະຫວ່າງ​ຈີນ​ຫວຽດນາມ, ​ເພີ່ມ​ທະວີ​ການ​ອອກ​ແບບ​ລະດັບ​ສູງ, ​ເນັ້ນ​ໜັກ​ການ​ຊີ້​ນຳ​ທາງຍຸດ​ທະສາ​ດ, ​ເພີ່ມ​ທະວີ​ການ​ພັດທະນາທີ່​ຕິດຕໍ່ກັນ, ​ເຮັດ​ໃຫ້​ເນື້ອ​ໃນ​ການຮ່ວມ​ມື​ມີ​ຫຼາຍ​ຮູບ​ການ, ​ເພີ່​ມທະວີ​ການຕິດ​ຕໍ່​ພົວພັນກັນ​ແລະປຶກສາຫາລື​ກັນ, ລົບ​ລ້າງປັດ​ໄຈ​ລົບ​ກວນ, ​ເພີ່ມ​ທະວີ​ການ​ແລກປ່ຽນດ້ານ​ວັດທະນະທຳ, ປັບປຸງ​ພື້ນຖານ​ປະຊາ​ມະຕິ​ໃຫ້​ໝັ້ນຄົງ, ປັບ​ປຸງ​ແລະ​ລົງ​ເລິກ​ປະຊາ​ຄົມ​ໂຊກ​ຊະ​ຕາ​ຈີນ​ຫວຽດນາມຢ່າງ​ບໍ່​ຢຸດ​ຢັ້ງ.

​ໃນ​ກາ​ພົບ​ປະ​ເຈລະຈາ, ທ່ານ​ຈ່າງ​ເຕີ​ຈ່ຽງ​ໄດ້​ແນະນຳ​ສະພາບກອງ​ປະຊຸມ​ຄົບ​ຄະນະ​ຄັ້ງທີ 6​ ສູນ​ກາງພັກ​ກອມ​ມູນິດ​ຈີນ ສະ​ໄໝທີ 18 .

ໃນ​ໄລຍະ​ຢ້ຽມຢາມ, ທ່ານ​ຈ່າງ​ເຕີຈ່ຽງຍັງ​​ໄດ້ເຂົ້າ​ຮ່ວມ​ກິດຈະກຳ​ການ​ແລ​ກປ່ຽນ​ໄມ​ຕີ​ຈິດ​ລະຫວ່າງ​ປະຊາ​ຊົນ​ຈີນ​ຫວຽດນາມ​ແລະ​ງານ​ມ່ວນ​ຊື່ນ​ຮ່ວມ​ກັນຊາ​ວໜຸ່ມ​ຈີນ​ຫວຽດນາມ​ຄັ້ງ​ທີ 3 ​ແລະ​ກ່າວ​ຄຳ​ປາ​ໄສ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ