ແຫ່ງ​ຕ່າງໆ​ໃນ​ທົ່ວ​ໂລກ​ລະນຶກ​ວັນ​ກຳ​ເນີ​ດຂອງທ່ານ​ຊຸນ​ຢິດ​ເຊັນ​ກຳ​ເນີ​ດຄົບຮອບ 150 ປີ
2016-11-13 11:47:21  cri 

​ໃນ​ຫຼາຍ​ມື້​ມໍ່ໆ​ມາ​ນີ້ ສະຖານທູດ​ຈີນ​ປະຈຳ​ຫຼາຍ​ປະ​ເທດ ກໍ່​ຄື ຊາວ​ຈີນ​ຕ່າງ​ດ້າວ​ ​ແລະ​ບຸກຄົນ​ຜູ້​ມີ​ມິດຕະພາບ​ຕໍ່​ຈີນ​ຂອງ​ຫຼາຍ​ປະ​ເທດ​ໄດ້​ຈັດ​ງານ​ສົນທະນາ ​ແລະ​ງານ​ລາຕີ​ຂຶ້ນ ​​ເພື່ອ​ລະນຶກ​ວັນ​ກຳ​ເນີ​ດຂອງ​ທ່ານ​ຊຸນ​ຢິດ​ເຊັນ​ຄົບຮອບ 150 ປີ, ​ແລະ​ຫວນ​ຄືນ​ຕະຫຼອດ​ຊີວິດ​ຂອງ​ທ່ານ​ຊຸດຢິດ​ເຊັນທີ່​ສູ້​ຊົນ​ເພື່ອ​ພາລະ​ກິດ​ປະຕິວັດ ​ແລະ​ການ​ສ້າງ​ຊາດ​ໃຫ້​ຈະ​ເລີ​ນ.

ທ່ານ​ຫຼິວຄາຍ ຮອງ​ປະທານ​ປະຈຳ​ສະມາຄົມ​ຊຸກຍູ້​ການ​ໂຮມ​​ປະ​ເທດ​ຈີນເຂົ້າ​ເປັນ​​ເອກະ​ພາບ​ຂອງ​ຊາວ​ຈີນ​ທີ່​ອາ​ໃສ​ຢູ່​ອັງກິດ​ກ່າວ​ວ່າ, ຈາກ​ທ່ານ​ຊຸນ​ຢິດ​ເຊັນ ພວກ​ເຮົາ​ໄດ້​ຮຽນ​ຮູ້​ວ່າ, ການ​ທີ່​ຮັກ​ປະ​ເທດ​ຈີນ ກ່ອນ​ອື່ນ​ແມ່ນ​ຕ້ອງ​ຄັດຄ້ານ​ການ​ແບ່ງ​ແຍກ, ຕ້ອງ​ສຸມ​ໃສ່​ການ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ​, ສາມັກຄີ​ຊາດ ​​ແຕ່​​ກໍ່​ບໍ່​ປະຕິ​ເສດ​ການ​ແກ້​ໄຂ​ຄວາມ​ແຕກ​ແຍກ​ກັນ​ດ້ວຍ​ກຳລັງ​ການ​ທະຫານ.

ວັນ​ທີ 11 ພະຈິກ​ນີ້ ສະຖານທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ​ໄດ້​ຈັດ​ງານ​ສຳ​ມະ​ນາ​​ເພື່ອ​ລະນຶກ​ວັນ​ກຳ​ເນີ​ດຂອງ​ທ່ານ​ຊຸດ​ຢິດ​ເຊັນ ​ແລະ​ງານ​ວາງສະ​ແດງ​ຮູບ​ຖ່າຍ​ພາຍ​ໃຕ້​ຫົວ​ຂໍ້ "ທ່ານ​ຊຸນ​ຢິດ​ເຊັນ​ກັບ ຊາວ​ຈີນ​ຕ່າງ​ດ້າວ". ຊາວ​ຈີນ​ທີ່​ອາ​ໃສ​ຢູ່​ອາ​ເມ​ລິ​ກາ, ນັກ​ສຶກສາ​ຈີນ​ທີ່​ຮຽນ​ຢູ່​ອາ​ເມ​ລິ​ກາ ​ແລະ​ຜູ້​ແທນ​ຂອງ​ອົງການ​ທຶນ​ຈີນ​ປະຈຳ​ຢູ່​ອາ​ເມ​ລິ​ກາ​ເກືອບ 4 ຮ້ອຍ​ຄົນ​ໄດ້​ເຂົ້າ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ