ທາດ​ຫຼວງ​​ໃນຍາມ​ລາຕີ
2016-11-14 16:37:16  cri 

ຮູບທາດ​ຫຼວງ​ຍາມ​ລາຕີ​ນະຄອນຫຼວງ​ວຽງ​ຈັນ​ສປປລາວ​ທີ່​ຖ່າຍ​ທາງ​ອາກາດໃນ​ຄືນ​ວັນ​ທີ 12 ພະຈິກ​ນີ້. ທາດຫຼວງ​ເປັນບູຊະນີຍະສະຖານ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຂອງ​ລາວ ​​ໂດຍຕັ້ງສູງ​ສະຫງ່າ ​​ແລະຮຸ່ງ​ເຮືອງ​ເຫຼືອງ​​ເຫຼື້ອມ ​ເຊິ່ງ​ເປັນສັນຍະລັກ​ຂອງ​ນະຄອນຫຼວງ​ວຽງ​ຈັນ​​ເປັນ​ສູນ​ລວມຈິດ​ແລະ​ມິ່ງຂວັນ​ຂອງ​ປວງ​ຊົນ​ລາວ​ບັນດາ​ເຜົ່າທັງ​ເປັນ​ໜຶ່ງ​ໃນ​ບັນດາ​ບູຮານ​ສະຖານ​ທີ່​ສຳຄັນ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ​ເດີ່ນທາດຫຼວງ​ມີ​ຄວາມ​ກວ້າງໃຫຍ່​ທີ່​ສຸດ​ຂອງ​ວຽງ​ຈັນ​ແລະ​ແຕ່ລະ​ປີ​ພໍ​ເຖິງ​ເດືອນ​ພະຈິກ​ຈະ​ຈັດ​ບຸນນະມັດສະການ​ພະທາດຫຼວງ​ຢ່າງ​ຍິ່ງ​ໃຫຍ່ມະ​ໂຫລານ.


1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ