ປະທານ​ປະ​ເທດ​ຈີນ​ລົມໂທລະສັບກັບ​ປະທານາທິບໍດີ​ອາ​ເມ​ລິ​ກາ​ຄົນ​ໃໝ່
2016-11-14 16:39:12  cri 
ວັນ​ທີ 14 ພະຈິກ​ນີ້, ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ລົມໂທລະສັບ​ກັບ​ທ່ານ​ໂດນັນ ທຣະ (Donald Trump) ວ່າທີ່​ປະທານາທິບໍດີອາ​ເມ​ລິ​ກາ.

ໂອກາດ​ດັ່ງກ່າວ,ທ່ານ​ສີ​ຈິ້ນຜິ​ງ​ໄດ້ຊົມ​ເຊີຍ​ທ່ານທຣະທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາທັງ​ກ່າວຢືນຢັນ​ວ່າ ​ເລື່ອງ​ຈິງ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ການ​ຮ່ວມ​ມື​ເປັນ​ທາງ​ເລືອກ​ທີ່​ຖືກຕ້ອງ​ພຽງໜຶ່ງດຽວ​ຂອງ​ຈີນ-ອາ​ເມລິກາ. ​​ສອງ​ປະ​ເທດ​ໃນ​ຖານະ​ເປັນ​ປະ​ເທດ​ພວມ​ພັດທະນາ​ໃຫຍທີ່​ສຸດ, ປະ​ເທດ​ທີ່​ພັດທະນາ​ແລ້ວ​ໃຫຍ່​ທີ່​ສຸດ ​ແລະ​ສອງ​ກຸ່ມ​ເສດຖະກິດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ໃນ​ປັດຈຸບັນ, ການ​ຮ່ວມ​ມື​ຈີນ-ອາ​ເມ​ລິ​ກາ​ມີ​ໂອກາດ​ສຳຄັນ​ແລະ​ທ່າ​ແຮງ​ບົ່ມ​ຊ້ອນ​ຢ່າງ​ມະຫາສານ​ແລະສິ່ງ​ທີ່​ສອງ​ຝ່າຍ​ຕ້ອງການ​ຮ່ວມ​ມື​ແລະ​ສາມາດ​ຮ່ວມ​ມື​ນັ້ນ​ມີ​ຢ່າງ​ຫຼວງ​ຫຼາຍ. ຂ້າພະ​​ເຈົ້າ​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ສາຍ​ພົວພັນ​ຈີນ-ອາ​ເມ​ລິ​ກາ ​ແລະ​ຍິນ​ດີ​ຮ່ວມ​ກັບ​ອາ​ເມ​ລິ​ກາ​ສຸມ​ທຸກ​ຄວາມ​ພະຍາຍາມ​ຊຸກຍູ້​ສາຍ​ພົວພັນ​ສອງ​ປະ​ເທດ ​ແລະ​ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ​ກໍ​ຄື​ປະຊາຊົນ​ປະ​ເທດ​ອື່ນ​ໃຫ້​ຫຼາຍ​ກວ່າ​ເກົ່າ.

ທ່ານ​ທຣະຢືນຢັນ​ວ່າ ຂ້າພະ​ເຈົ້າ​ເຫັນ​ດີ​ຕໍ່ຄວາມ​ເຫັນ​ຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງກ່ຽວ​ກັບ​ສາຍ​ພົວພັນ​ອາ​ເມ​ລິ​ກາ-ຈີນ. ຈີນ​ເປັນ​ປະ​ເທດ​ສຳຄັນ​ທີ່​ຍິ່ງ​ໃຫຍ່​ແລະ​ມີອະນາຄົດ​ທີ່​ສົດ​ໃສ​ແຫ່ງ​ການ​ພັດທະ​ນາ​ທີ່​ສາມາດ​ດຶງ​ດູດ​ສາຍຕາຊາວ​ໂລກ. ສອງ​ປະ​ເທດ​ສາມາດ​ບັນລຸ​ການຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ. ຂ້າພະ​ເຈົ້າ​ຍິນ​ດີ​ພ້ອມ​ກັບ​ທ່ານ​ເພີ່ມ​ທະວີ​ການ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ ​ແລະ​​ເຊື່ອ​ໝັ້ນ​ວ່າ​ ສາຍ​ພົວພັນ​ອາ​ເມລິ​ກາ​-ຈີນ​ຈະ​ໄດ້​ຮັບການ​ພັດທະນາ​ທີ່ດີກ​ວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜິ​ງ​ແລະ​ທ່ານທຣະ​ເຫັນ​ດີ​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ຢ່າງ​ໃກ້ຊິດ​ແລະ​ສ້າງ​ຕັ້ງ​ສາຍ​ພົວພັນ​ທີ່​ດີ​ໃນ​ການ​ປະຕິບັດ​ວຽກ​ງານ ທັງ​ຈະ​ພົບ​ປະກັນ​ໂດຍ​ໄວ​ເພື່ອ​ແລກປ່ຽນ​ຄວາມ​​ເຫັນ​ຢ່າງ​ທັນ​ການ​ກ່ຽວ​ກັບ​ການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ສອງ​ປະ​ເທດ​ແລະ​ບັນຫາ​ທີ່​ສອງ​ຝ່າຍ​ ​ສົນ​ໃຈ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ