ຕາມຂ່າວ CRI: ທ່ານ ຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນແລະທ່ານ ເມັບລຸດ ຄາວູໂຊກລູ ລັດຖະມົນຕີກະຊວງການຕ່າງປະເທດຕວກກີໄດ້ເຂົ້າຮ່ວມພິທີຖະແຫຼງຂ່າວຫຼັງກອງປະຊຸມກົນໄກປຶກສາຫາລືລັດຖະມົນຕີກະຊວງການຕ່າງປະເທດລະຫວ່າງສອງປະເທດໃນວັນທີ 13 ພະຈິກນີ້.
ໂອກາດດັ່ງກ່າວມີນັກຂ່າວຖາມວ່າ: ຈີນໄດ້ພົວພັນກັບທີມງານຂອງທ່ານ ໂດນັນ ທຣັມ ປະທານາທິບໍດີອາເມລິກາຄົນໃໝ່ຫຼືບໍ່?ທ່ານ ຫວາງຢີ້ ກ່າວວ່າ: ຈີນ-ອາເມລິກາໄດ້ຮັກສາການພົວພັນຢ່າງໃກ້ຊິດໃນທຸກໆຂັ້ນ ຂະນະທີ່ທັງພັກຣິພັບບຣີກັນແລະພັກເດໂມແກຣັດຂອງອາເມລິກາກໍເປັນເອກະສັນກັນໃນການພັດທະນາແລະລົງເລິກສາຍພົວພັນລະຫວ່າງສອງປະເທດ. ແນວໃດກໍດີ, ພວກເຮົາຍິນດີສືບຕໍ່ຮ່ວມມືກັບລັດຖະບານທ່ານ ບາຣັກ ໂອບາມາ ເພື່ອຮັບປະກັນໃຫ້ສາຍພົວພັນລະຫວ່າງສອງປະເທດຂ້າມຜ່ານເຖິງລັດຖະບານຊຸດໃໝ່ຢ່າງໝັ້ນທ່ຽງ. ຂະນະດຽວກັນກໍຍິນດີພົວພັນກັບທີມງານຂອງທ່ານ ທຣັມ ເພື່ອເພີ່ມທະວີຄວາມເຂົ້າໃຈກັນແລະເປີດກວ້າງຄວາມເປັນເອກະສັນກັນການຮ່ວມມື ເໝືອນດັ່ງໂທລະເລກຊົມເຊີຍທ່ານ ທຣັມ ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອາເມລິກາຄົນໃໝ່ຂອງທ່ານ ສິຈິ້ນຜິງ ປະທານປະເທດຈີນ ທີ່ໄດ້ລະບຸວ່າ: ຈີນຍິນດີຖືຫຼັກການບໍ່ປະທະກັນແລະບໍ່ເປັນປໍລະປັກກັນ, ເຄົາລົບເຊິ່ງກັນແລະກັນແລະຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ສາຍພົວພັນລະຫວ່າງຈີນ-ອາເມລິກາໃຫ້ໄດ້ຮັບຄວາມຄືບໜ້າໃຫຍ່ຫຼວງກວ່າເກົ່າບົນຈຸດເລີ່ມຕົ້ນໃໝ່. ທັງນີ້ໄດ້ຊີ້ໃຫ້ເຫັນທິດທາງການພັດທະນາສາຍພົວພັນລະຫວ່າງສອງປະເທດໃນອະນາຄົດ. ແນວໃດກໍດີຈີນຍິນດີພະຍາຍາມຮ່ວມກັບອາເມລິກາເພື່ອເລື່ອງນີ້.