ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ໃຫ້​ຄືບໜ້າ​ໃຫຍ່​ຫຼວງ​ກວ່າ​ເກົ່າ​ບົນຈຸດ​ເລີ່​ມຕົ້ນ​ໃໝ່
2016-11-14 16:42:37  cri 
  ຕາມ​ຂ່າວ CRI: ທ່ານ ຫວາງ​ຢີ້ ລັດຖະມົນຕີ​ກະຊວງການຕ່າງປະ​ເທດ​ຈີນ​ແລະ​ທ່ານ ​ເມັບລຸດ ຄາ​ວູ​ໂຊກ​ລູ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຕວກກີ​ໄດ້​ເຂົ້າ​ຮ່ວມ​ພິທີ​ຖະ​ແຫຼ​ງຂ່າວ​ຫຼັງ​ກອງ​ປະຊຸມ​ກົນ​ໄກ​ປຶກສາ​ຫາລື​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ວັນ​ທີ 13 ພະຈິກ​ນີ້.

  ໂອກາດ​ດັ່ງກ່າວມີ​ນັກ​ຂ່າວຖາມ​ວ່າ: ຈີນ​ໄດ້​ພົວພັນ​ກັບ​ທີ​ມງານຂອງ​ທ່ານ ໂດ​ນັນ ທຣັມ ປະທານາທິບໍດີອາ​ເມ​ລິ​ກາ​ຄົນ​ໃໝ່​ຫຼື​ບໍ່?ທ່ານ ຫວາງ​ຢີ້ ກ່າວ​ວ່າ: ຈີນ-ອາ​ເມ​ລິ​ກາ​ໄດ້​ຮັກສາ​ການ​ພົວພັນ​ຢ່າງ​ໃກ້​ຊິດ​ໃນທຸກໆ​ຂັ້ນ ​ຂະນະ​ທີ່​ທັງພັກຣິພັບ​ບຣີກັນ​ແລະ​ພັກເດ​ໂມແກຣັດຂອງ​ອາ​ເມ​ລິ​ກາ​ກໍ​ເປັນ​ເອກະສັນ​ກັນ​ໃນ​ການ​ພັດທະນາ​ແລະ​ລົງ​ເລິກ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ​ແນວ​ໃດ​ກໍ​ດີ, ພວກ​ເຮົາຍິນ​ດີສືບ​ຕໍ່​ຮ່ວມ​ມື​ກັບ​ລັດຖະບານ​ທ່ານ ບາຣັກ ​ໂອ​ບາ​ມາ ​ເພື່ອ​ຮັບປະກັນ​ໃຫ້​ສາຍ​ພົວພັນ​ລະຫວ່າງສອງ​ປະ​ເທດ​ຂ້າມ​ຜ່ານ​​ເຖິງ​ລັດຖະບານ​ຊຸດ​ໃໝ່​ຢ່າງ​ໝັ້ນ​ທ່ຽງ. ຂະນະ​ດຽວ​ກັນ​ກໍ​ຍິນ​ດີ​ພົວພັນ​ກັບ​ທີ​ມງານຂອງທ່ານ ​ທຣັມ ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ເປີດ​ກວ້າງ​ຄວາມ​ເປັນ​ເອກະສັນ​ກັນ​ການ​ຮ່ວມມື ​ເໝືອນດັ່ງ​ໂທລະ​ເລກ​ຊົມ​ເຊີຍທ່ານ ທຣັມ ​ໄດ້ຮັບ​ເລືອກ​ຕັ້ງ​ເປັນ​ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ​ຄົນ​ໃໝ່ຂອງທ່ານ ສິຈິ້ນ​ຜິ​ງ ປະທານ​ປະ​ເທດຈີນ​ ທີ່​ໄດ້​ລະບຸ​ວ່າ: ຈີນຍິນ​ດີຖື​ຫຼັກການ​ບໍ່​ປະ​ທະ​ກັນ​ແລະ​ບໍ່​ເປັນ​ປໍ​ລະ​ປັກ​ກັນ, ​ເຄົາລົບ​ເຊິ່ງກັນ​ແລະ​ກັນ​ແລະຮ່ວມມື​ກັນ​ແບບຕ່າງ​ຝ່າຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃຫຍ່​ຫຼວງ​ກວ່າ​ເກົ່າ​ບົນ​ຈຸດ​ເລີ່​ມຕົ້ນ​ໃໝ່. ທັງນີ້ໄດ້​ຊີ້​ໃຫ້ເຫັນທິດ​ທາງ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນອະນາຄົດ. ​ແນວ​ໃດ​ກໍ​ດີຈີນ​ຍິນ​ດີ​ພະຍາຍາມຮ່ວມ​ກັບ​ອາ​ເມ​ລິ​ກາເພື່ອເລື່ອງນີ້​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ