ປະທານ​ປະ​ເທດ​ຈີນ​ຢ້ຽມຢາມ​ເອກ​ວາ​ດໍ​ ​ເປັນ​ການ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນສູ່​ລະດັບ​ໃໝ່
2016-11-15 17:21:28  cri 

ທ່ານຣາຟາ​ເອວ ຄໍ​ເຣອາ ​ເດ​ວກາ​ໂດ ປະທານາທິບໍດີ​ເອກ​ວາ​ດໍ ​ໄດ້​ໃຫ້​ສຳພາດ​ນັກ​ຂ່າວ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ຈະ​ເດີນທາ​ງຢ້ຽມຢາມ​ປະ​ເທດ​ຕົນ​ໃນ​ມໍ່ໆ​ນີ້ ຈະ​ເປັນ​ການ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນສູ່​ລະດັບ​ໃໝ່. ​ແນວ​ໃດ​ກໍ​ດີ, ສອງ​ປະ​ເທດ​ໄດ້​ປະກາດ​ສ້າງຕັ້ງສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ເມື່ອ​ປີຜ່ານມາ ​ແລະປັດຈຸບັນ ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພວມ​ຢູ່​ໃນ​ໄລຍະ​​ດີ​ທີ່​ສຸດ​ໃນ​ປະຫວັດສາດ. ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ, ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ທີ່​​ເອກ​ວາ​ດໍ​ແລະ​ຈີນ​ສ້າງຕັ້ງຂຶ້ນບົນ​ພື້ນຖານ​ສະ​ເໝີ​ພາບ, ຕ່າງ​ເຄົາລົບ​ເຊິ່ງກັນ​ແລະ​ກັນນັ້ນ ​ໄດ້​ຮັບ​ໝາກຜົນ​ທີ່​ອຸ​ດົມ​ສົມບູນ. ຂະນະ​ທີ່​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ​ເດີນທາງ​ຢ້ຽມຢາມ​ເທື່ອ​ນີ້ ຈະ​ເປັນ​ການ​ຊຸກຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນສູ່​ລະດັບ​ໃໝ່.

ທ່ານ ຣາຟາ​ເອວ ຄໍ​ເຣອາ ​ເດ​ວກາ​ໂດ ​ເຫັນ​ວ່າ: ສາຍ​ພົວພັນ​ລະຫວ່າງ​ເອກ​ວາ​ດໍ ​ແລະ ຈີນ ມີ​ຊ່ອງ​ທາງ​ພັດທະນາ​ທີ່​ກວ້າງຂວາງ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຢ່າງ​ມະຫາສານ ​ເຊິ່ງຫວັງ​ວ່າ​ຈີນ​ຈະ​ເພີ່ມ​ທະວີ​ການ​ສະໜັບສະໜູນ​ປະ​ເທດ​ຕົນ​ໃນ​ຂົງ​ເຂດ​ວິທະຍາສາດ-​ເຕັກນິກ, ​ຖ່າຍ​ທອດ​ເຕັກນິກ​ໃຫ້​ປະ​ເທດ​ຕົນ​ເພື່ອ​ຊົມ​ໃຊ້​ໝາກຜົນ​ວິທະຍາສາດ​-​ເຕັກນິກ​ຮ່ວມ​ກັນ. ທັງ​ນີ້​ຈະ​ຊ່ວຍ​ໃຫ້​ປະ​ເທດ​ຕົນ​ບັນລຸ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ​ຊ່ວຍ​​ໃຫ້ຫຼຸດອອກຈາກ​ການ​ອາ​ໄສ​ຊັບພະຍາກອນ​ນ້ຳມັນ​ເຊື້ອ​ໄຟທີ່​ເປັນ​ເສດຖະກິດ​ຕົ້ນຕໍ​​ເທົ່າ​ນັ້ນລົງ​ເທື່ອ​ລະ​ກ້າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ