ທະນາຄານ​ໂລກ​ເຫັນຄວາມກ້າວໜ້າໃນການ​ພັດທະນາ​ຂອງ​ລາວຫຼາຍຂຶ້ນ
2016-11-16 10:49:35  cri 
ວັນ​ທີ 14 ພະຈິກ​ນີ້, ທະນາຄານ​ໂລກ​ໄດ້​ແຈ້ງ​ ​ວ່າ: ການ​ພັ​ດທະນາ​ຂອງ​ລາວ​​ໄດ້​ມີ​ຄວາມ​ກ້າວໜ້າ​ຢ່າງ​ໃຫຍ່​ຫຼວງໂດຍປະຊາກອນ​ທີ່ທຸກ​ຍາກໄດ້ຫຼຸດ​ລົງ​ເກືອບ 24% ຂອງປະຊາກອນ​ໃນທົ່ວປະເທດ.

ທ່ານ​ນາງວິກ​ໂດ​ເຣຍ ຄວັກ​ວາ ຮອງ​ຜູ້​ວ່າການ​ທະນາຄານ​ໂລກ​ປະຈຳ​ອາຊີ​ປາຊີ​ຟິກ​ກ່າວຂະນະຢ້ຽມຢາມ​ນະຄອນຫຼວງວຽງ​ຈັນ​ແລະ​ແຂວງ​ຄຳ​ມ່ວນ ສປປ ລາວ​ລະຫວ່າງ​ວັນ​ທີ 9-12 ພະຈິກ​ນີ້ວ່າ ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທ້ອງ​ຖິ່ນ​ດັ່ງກ່າວ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ໂດຍມີຫຼາຍ​ຄອບຄົວໄດ້ຊົມໃຊ້ໄຟຟ້າ​ຫຼາຍ​ຂຶ້ນລວມທັງໄດ້ເຂົ້າເຖິງການຊົມໃຊ້​ນ້ຳ​ປະປາ,ສາທາລະນະ​ສຸກ​ແລະ​ເສັ້ນທາງ​ຄົມມະນາຄົມທີ່​ດີກ​ວ່າ​ເກົ່າ.

ນາງ​ຄວັກ​ວາ​ກ່າວ​ຢ້ຳວ່າ ທະນາຄານ​ໂລກ​ຈະ​ສຸມ​ໃສ່​ຊຸກຍູ້​ລາວ​ບັນລຸ​ນະ​ໂຍບາຍ​ແລະ​ໂຄງການ​ກ່ຽວ​ກັບ​ການ​ເຕີບໂຕໂດຍລວມ,ລົງທຶນ​ພັດທະ ນາ​ຊັບພະຍາກອນ​ມະນຸດ ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຕາມ​ແຜນການ​ພັດທະນາ​ເສດ​ຖະກິດ​ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 8 ແລະກໍເຫັນ​ວ່າ ລາວ​ມີ​ໂອກາດ​ບັນລຸ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ແລະ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ຫຼາຍຂຶ້ນຂະນະ​ທີ່​ການອະນຸລັກ​ຊັບພະຍາກອນ​ທຳ​ມະ​ຊາດ​ໃຫ້ອຸດົມສົມບູນກໍມີທ່າອ່ຽງຫຼາຍຂຶ້ນ.ຂະນະດຽວກັນກໍຊົມເຊີຍລາວທີ່ເນັ້ນ​ການ​ຂະ​ຫຍາ​ຍຕົວ​ສີຂຽວ​ຄື​ເອົາ​ໃຈ​ໃສ່​​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຫຼາຍ​ກວ່າ​ເກົ່າ​ລວມທັງ​ລາຍ​ຮັບ​ແລະ​ການ​ພັດທະນາ​ກໍ​ສາມາດຮັກສາ​ການເຕີບ​ໂຕ​ໄດ້ຢ່າງ​ວ່ອງ​ໄວ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ