ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ ໄຂຂຶ້ນຢ່າງເປັນທາງການ
2016-11-16 16:10:16  cri 

  ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 16 ພະຈິກ 2016ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີປ້ອງກັນປະະເທດອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ, ຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ແລະ ໜ່ວຍງານວິຊາການຂອງເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນເຂົ້າຮ່ວມ.

  ພົນໂທ ຈັນສະໝອນ ຈັນຍາລາດ ກ່າວເປີດກອງປະຊຸມຢ່າງເປັນທາງການວ່າ: ຕະຫຼອດໄລຍະຜ່ານມາ, ການຮ່ວມມືໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ຮັບການພັັດທະນາຢ່າງເປັນລະບົບຕໍ່ເນືອງ ແລະ ປະສົບຜົນສຳເລັດຫຼາຍດ້ານ ​ເປັນ​ຕົ້ນການສ້າງຕັ້ງບັນດາກົນໄກການຮ່ວມມື ແລະ ການເຄື່ອນໄຫວໃນກິດຈະກຳຕ່າງໆຂອງອາຊຽນ ​ເຊິ່ງສິ່ງເຫລົ່ານັ້ນສະແດງເຖິງເຈຕະນາລົມ ແລະ ຄວາມພະຍາຍາມຂອງພວກເຮົາ ໃນການເຕົ້າໂຮມຄວາມສາມັກຄີ ແລະ ການຮັກສາຄວາມເປັນແກນກາງຂອງອາຊຽນ ແນໃສ່ເຮັດໃຫ້ພາກພື້ນຂອງພວກເຮົາກາຍເປັນພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ພັດທະນາຢ່າງຕໍ່ເນື່ອງ ເຊິ່ງສອດຄອງກັບວິໄສທັດຂອງປະຊາຄົມອາຊຽນ ແຕ່ນີ້ຮອດ 2025. ຂະນະທີ່ພາກພື້ນກໍຍັງປະເຊີນກັບໄພຂົ່ມຂູ່ ແລະ ສິ່ງທ້າທາຍຫຼາຍປະການ ທັງແບບເກົ່າ ແລະ ໃໝ່ ເຊິ່ງບໍ່ມີປະເທດໃດໜຶ່ງທີ່ສາມາດຮັບມືໄດ້ໂດຍລຳພັງນັ້ນ, ກອງປະຊຸມຄັ້ງນີ້ ຈຶ່ງເປັນເວທີໜຶ່ງທີ່ສຳຄັນ ທີ່ຈະໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງພ້ອມທັງຊອກຫາວິທີການ ແລະ ມາດຕະການທີ່ເໝາະສົມໃນການຮັບມືກັບໄພຂົມຂູ່ ແລະ ສິ່ງທ້າທາຍເຫລົ່ານັ້ນໃຫ້ມີປະສິດທິພາບ ແລະ ທັນເວລາ. ຂະນະ​ດຽວ​ກັນ​ກໍຈະເປັນການປະກອບສ່ວນສຳຄັນ ເຂົ້າໃນການພັດທະນາຂອບການຮ່ວມມືຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ກົນໄກການຮ່ວມມືອື່ນໆໃນຕໍ່ໜ້າ. ກອງປະຊຸມດັ່ງກ່າວຍັງໄດ້ແລກປ່ຽນສະພາບການວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ ພ້ອມທັງສະຫຼຸບຕີລາຄາຜົນງານການເຄື່ອນໄຫວການພົວພັນຮ່ວມມືວຽກງານປ້ອງກັນຊາດອາຊຽນ ໃນໜຶ່ງປີຜ່ານມາ. ນອກນັ້ນ ຍັງໄດ້ມອບໜ້າ​ທີ່ການເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ກອງປະຊຸມປິ່ນອ້ອມອື່ນໆ ໃນຂອບທະຫານອາຊຽນ ໃຫ້ແກ່ສາທາລະນະລັດ ຟີລິບປິນ ໃນປີ 2017.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ