ໜັງສືພິມ​ເອກ​ວາ​ດໍ​ພິມ​ບົດ​ຄວາມ​ຂອງ​ທ່ານສີ​ຈິ້ນ​ຜິ​ງ
2016-11-17 10:53:21  cri 
ກ່ອນການເດີນທາງ​ຢ້ຽມຢາມ​ສາທາລະນະ​ລັດ​ເອກ​ວາ​ດໍ​ທາງ​ລັດຖະກິດຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ, ໜັງສືພິມThe Telegraph ຂອງ​ເອກ​ວາ​ດໍ​ໄດ້​ລົງ​ພິມ​ບົດ​ຄວາມ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ທີ່​ພາດ​ຫົວ​ວ່າ "ສ້າງ​ຂົວ​ຕໍ່​​ແຫ່ງ​ໃໝ່​ເພື່ອ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ຈີນ-​ເອກ​ວາ​ດໍ"​ໃນ​ວັນ​ທີ 16 ພະຈິກ​ນີ້.

ບົດ​ຄວາມ​ລະບຸ​ວ່າ: ນັບ​ແຕ່​ຈີນ-​ເອກ​ວາ​ດໍ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ເປັນ​ເວລາ 36 ປີ​ມາ​ນີ້, ສອ​ງປະ​ເທດ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ແລະ​ມິດຕະພາບ​ອັນ​ເລິກ​ເຊິ່ງ. ການ​ແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ​​ແລະ​ຕໍ່​ເນື່ອງ, ຈີນ​ໄດ້​ກາຍ​ເປັນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ 3 ຂອງ​ເອກ​ວາ​ດໍ. ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ແລະ​ການ​ລະດົມ​ທຶນ​ຂອງ​ສອງ​ຝ່າຍ​ກໍ​ໄດ້​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ແລະເອກ​ວາ​ດໍ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນທີ່​ດຶງ​ດູດ​ການ​ລົງທຶນ​ແລະ​ການ​ລະດົມ​ທຶນ​ຈາກ​ຈີນ​ໄດ້​ຫຼາຍ​ກວ່າ​ໝູ່, ຂະນະ​ທີ່​ການ​​ແລກປ່ຽນ​ແລະ​ຮ່ວມ​ມື​ດ້ານ​ວັ​ດທະນະ​ທຳ​ລະຫວ່າງ​ສອງ​ປະ​ເທດ​ກໍຂະຫຍາຍຕົວ​ຢ່າງບໍ່​ຢຸດ​ຢັ້ງ.

ບົດ​ຄວາມ​ເນັ້ນ​ວ່າ: ຫວັງ​ວ່າການ​ຢ້ຽມຢາ​ມ​ເທື່ອ​ນີ້​ຈະ​ຊຸກຍູ້​ສາຍ​ພົວພັນ​ຈີນ-​ເອກ​ວາ​ດໍ​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່. ສອງ​ປະ​ເທດ​ຄວນ​ເປັນ​ຄູ່​ຮ່ວມ​ມື​ທີ່ດີ​ຈິງ​ໃຈ​ແລະ​ໄວ້​ເນື້ອ​ເຊື່​ອ​ໃຈ​ກັນ, ​ເປັນ​ຄູ່​ຮ່ວມ​ມື​ທີ່​ດີ​ທີ່ພັດທະນາ​ພ້ອມ​ກັນ,​ບົນ​ພື້ນຖານ​ນ້ຳ​ໃຈມິດຕະພາບ​ຕະຫຼອດ​ໄປ​ແລະ​ເປັນ​ຄູ່​ຮ່ວມ​ມື​ທີ່​ດີ​ໃນ​ການ​ຮ່ວມ​ມືໃຕ້ໆ. ພາຍ​ໃຕ້​ສະຖານະ​ການ​ໃໝ່,ຈີນ​ຍິນ​ດີ​ຮ່ວມ​ກັບ​ເອກ​ວາ​ດໍ​ພະຍາຍາມ​ສ້າງ​ຂົວ​ຕໍ່​ທີ່ໝັ້ນຄົງ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ໄປມາຫາສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ ​ແລະ​ຊຸກຍູ້​ສາຍ​ພົວພັນ​ສອງ​ປະ​ເທດ​ຂະຫຍາຍຕົວ​ສູງ​ຂຶ້ນກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ