ຣັດ​ເຊຍ​​ຖອນ​ອອກ​ຈາກ​ສານ​ອາຍາ​ສາກົນ
2016-11-17 10:42:36  cri 
ວັນ​ທີ 16 ພະຈິກ​ນີ້, ທ່ານ​ວຼາຕິ​ເມຍ ປູ​ຕິນ ປະທານາທິບໍ​ດີຣັດ​ເຊຍ​ໄດ້​ລົງ​ນາມ​​ໃນ​ລັດຖະດຳລັດປະທານາທິບໍດີ, ​ຖອນ​ອອກ​ຈາກ​ການ​ເປັນ​ປະ​ເທດ​ສະມາຊິກ​ສານ​ອາຍາ​ສາກົນ​ທີ່​ຕັ້ງ​ຢູ່​ເມືອງ​ເຮັກປະ​ເທດ​​ໂຮນ​ລັງ. ທ່ານ​ປູ​ຕິນ​​ໄດ້​ສັ່ງ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ແຈ້ງ​ຕໍ່​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ວ່າຣັດ​ເຊຍ​ບໍ່​ຕ້ອງການ​ເປັນ​ປະ​ເທດ​ສະມາຊິກ​ຂອງ "ກົດ​ລະບຽບ​ໂຣມສານ​ອາຍາ​ສາກົນ" ອີກ.

ຂະນະ​ທີ່ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ກໍ​ໄດ້​ອອກ​ຖະ​ແຫຼ​ງການ​ໃນ​ເວັບ​ໄຊ​ຂອງ​ຕົນ​ວ່າ, ສານ​ອາຍາ​ສາກົນ​ໄດ້ສ້າງ​ຄວາມ​ຜິດ​ຫວັງ​ໃຫ້​ແກ່ປະຊາ​ຄົມ​ໂລກ, ຫຼັງບໍ່​ໄດ້​ເປັນ​ອົງການ​ຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ທີ່​ເປັນ​ເອກະລາດ​ຢ່າງ​ແທ້​ຈິງແລະ​ມີ​​ອິດ​ທິພົນ, ປະຕິບັດວຽກ​ງານ​ດ້ວຍ​ຄວາມອະຄະຕິ​ແລະ​ບໍ່​ມີ​ຜົນສັກສິດ.

​ໃນ​ທ້າຍ​ເດືອນ​ຕຸລາ​ຜ່ານ​ມາ, ສາມ​ປະ​ເທດ​ໃນ​ອາ​ຟຼິກາ​ຄືບູຣູນດີ, ອາ​ຟຼິກາ​ໃຕ້​ແລະ​ກຳ​ບີກໍໄດ້​ປະກາດ​ຖອນ​ອອກ​ຈາກ​ສາ​ນອາຍາ​ສາກົນ​ແລ້ວ, ທັງ​ໄດ້​ຕຳ​ໜິ​ວ່າ​ສານ​ດັ່ງກ່າວ​​ກາຍ​ເປັນ​ເຄື່ອງມື​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​​ຕັດສິນ​ດ້ວຍ​ຄວາມ​ບໍ່​ເປັນ​ທຳ​ຕໍ່​ອາ​ຟຼິກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ