ຈີນ​ລາວ​ເພີ່ມ​ທະວີ​ການ​ຮ່ວມ​ມື​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ
2016-11-18 17:23:09  cri 
ວັນ​ທີ 17 ພະຈິກ​ນີ້ຢູ່​ນະຄອນຫຼວງ​ປັກ​ກິ່ງ ສປ ຈີນ, ທ່ານ​ໂກ່​ວ​ເຊີງ​ຄຸນ ທີ່​ປຶກສາ​ແຫ່​ງລັດ​ຈີນ, ລັດຖະມົນຕີ​ກະຊວງ​ຄວາມ​ສະຫງົບ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ສົມ​ແກ້ວ ສີ​ລະ​ວົງ ລັດຖະມົນຕີ​ກະຊວງ​ປ້ອງ​ກັນຄວາມ​ສະຫງົບ​ລາວ.

ທ່ານ​ໂກວ​ເຊີງຄຸນ​ກ່າວ​ວ່າ, ​ສອງ​ຝ່າຍຕ້ອງ​ໄດ້​ປະຕິບັດ​ຕາມ​ຄວາມ​ຮັບ​ຮູ້​ທີ່ເປັນ​ເອກະພາບກັນຂອງ​ຜູ້ນຳ​ພັກ​ແລະ​ລັດ​ສອງ​ປະ​ເທດ​ໃຫ້​ດີ, ​ທັງເລັ່ງສ້າງ​ກົນ​ໄກ​ພົບ​ປະກັນ​ໃນ​ລະດັບ​ກະຊວງ, ລົ​ງ​ເລິກ​ການ​ຮ່ວມ​ມື​ການ​ປະຕິບັດ​ກົດໝາຍ​ສອງ​ຝ່າຍ​ຢູ່​ເຂດ​ແມ່​ນ້ຳຂອງ​ຢ່າງ​ບໍ່​ຢຸດ​ຢັ້ງ, ຂະນະ​ດຽວ​ກັນ​ກໍ​ສຸມ​ໃສ່​ຮ່ວມ​ມືປ້ອງ​ກັນ​ແລະ​ຕໍ່​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ແລະ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ເຊັ່ນ​ຄ້າຂາຍ​ຢາ​ເສບ​ຕິດ​ແລະ​ອື່ນໆ​​ໃຫ້​ມີ​ປະສິດທິ​ຜົນ, ຮັກສາ​ຄວາມປອດ​ໄພ​ໃຫ້​ແກ່ພົນລະ​ເມືອງ, ອົງການ​ຈັດ​ຕັ້ງ​ແລະ​ໂຄງການ​ກໍ່ສ້າງ​ສຳຄັນ​ຂອງ​ສອງຝ່າຍຢ່າງ​ແທ້​ຈິງ, ຕັ້ງໜ້າ​​ເຮັດ​ໃຫ້​ຍຸດ​ທະ​ສາດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເຊື່ອມ​ຈອດ​ກັບ​ນ​ະ​ໂຍບາຍ​ພັດທະນາ​ຂອງ​ປະ​ເທດ​ລາວ, ​ແລະຊຸກຍູ້​​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະ​ຫວ່າງ​ຈີນ​ກັບລາວ​ໃຫ້ລົງ​ສູ່​ລວງ​ເລິກ.

ທ່ານ​ສົມ​ແກ້ວ ກ່າວ​ວ່າ, ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ການ​ປະຕິບັດ​ກົດໝາຍ​ກັບ​ຈີນຕື່ມ​ອີກ​, ​ແລະ​ສຸມ​ໃສ່ຊຸກຍູ້​ໃຫ້​ສາຍ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ