ສະຖານທູ​ດຈີນ​ປະຈຳ​ລາວ​ຈັດ​ກິດຈະກຳ "ສົ່ງ​ເສີມ​ວັດທະນະທຳ​ຈີນ​ທີ່​ໂຮງຮຽນ"
2016-11-18 17:23:07  cri 

 

  ຕາມ​ຂ່າວ CRI: ສະຖານ​ທູດ ສປ ຈີນ​ປະຈຳ ສປປ ລາວ ​ໄດ້ນຳພາ​ສະຖາ​ບັນ​ຂົງຈື້ຂອງມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ​ແລະ​ອາສາ​ສະໝັກ​ຊາວ​ໜຸ່ມ​ຈີນ (ຊຽງ​ໄຮ) ຊຸດ​ທີ 8 ຈັດ​ກິດຈະກຳ "ສົ່ງ​ເສີມ​ວັດທະນະທຳ​ຈີນ​ທີ່​ໂຮງຮຽນ" ຢູ່​ໂຮງຮຽນ​ປະຖົມ​ສົມບູນ​ໂສກ​ປ່າ​ຫຼວງ​ແລະ​ໂຮງຮຽນ​ມັດທະຍົມ​ສົມ​ບົນ​ວຽງ​ຈັນ ​ໃນ​ວັນ​ທີ 18 ພະຈິກ​ນີ້ ​ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ໄດ້​ສຳຜັດ​ກັບຈຸດ​ພິ​ເສດ​ແລະ​ມົນ​ສະ​ເໜ່ຂອງ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຈີນ​ໃຫ້​ແກ່​ອາຈານ​ແລະ​ນັກຮຽນທັງ 2 ​ໂຮງຮຽນດັ່ງກ່າວ.

  ທ່ານ ຈ້າວ​ເສີນ​ກ່າງ ທີ່​ປຶກສາ​ການ​ເມືອງຂອງ​ສະຖານທູດ​ ສປ ຈີນ​ປະຈຳ ສປປ ລາວກ່າວ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກິດຈະກຳ​ຢູ່ໂຮງຮຽນ​ປະຖົມ​ສົມບູນ​ໂສກ​ປ່າ​ຫຼວງວ່າ: ປະຊາຊາດ​ຈີນມີ​ປະຫວັດສາດມາ​ຍາວ​ນານ​ເຖິງ 5.000 ປີ​​ແລະ​ມີ​ວັດທະນະທຳ​ ​ຫຼາຍ​ສີສັນ​ອີກ​ດ້ວຍ. ​ແນວ​ໃດ​ກໍ​ດີ, ຫວັງ​ວ່າ​ບັນດາ​ນັກຮຽນຈະ​ສົນ​ໃຈ​ແລະ​ໄປ​ທັດສະນະ​ສຶກສາ​ຫຼື​ສຶກສາ​ຕໍ່​ຢູ່​ຈີນ ທັງ​ເຂົ້າ​ໃຈ​ຈີນ​ຢ່າງ​ເລິກ​ເຊິ່ງ​ແລະ​ເປັນທູດ​ການ​ພົວພັນ​ໄມຕີ​ຈິດ​ມິດ​ຕະພາບ​ລະຫວ່າງ​ຈີນ-ລາວ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຍຸກ​ສະ​ໄໝ​ໃໝ່​, ຮ່ວມ​ກັນ​ສ້າງ​ອະນາຄົດ​ທີ່​ສົດ​ໃສ​​ແຫ່ງ​ສາຍ​ພົວພັນ​ມິດຕະພາບລະຫວ່າງ​ສອງ​ປະ​ເທດ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ