ນັກ​ບິນ​ອະວະກາດ"​ເສີນ​ໂຈ່​ວ11"ກັບ​ຄືນຮອດ​ປັກ​ກິ່ງ​ຢ່າງ​ປອດ​ໄພ ຈະ​ເຂົ້າສູ່​ໄລຍະກວດກາ​ສຸຂະພາບ​ທາງແພດສາດ
2016-11-19 14:42:58  cri 

​ຕອນ​ຄ່ຳວັນ​ທີ 18 ​ພະຈິກນີ້, ທ່ານ​ຈິງ​ໄ​ຫ​ເຜິ​ງ​ແລະ​ທ່ານ​ເສິນ​ຕຸ່ງ ນັກ​ບິນ​ອະວະກາດທີ່​ສຳ​ເລັດ​ໜ້າ​ທີ່​ໃນ​ຫ້ອງ​ທົດ​ລອງ​ທາງ​ອະວະກາດ "ທ່ຽນ​ກົ່ງ2"​ ແລະການບິນ​ບັນທຸກ​ຄົກຂອງ​ຍານ​ອະວະກາດ "​ເສີນ​ໂຈ່​ວ11" ​ໄດ້​ຂີ່​ຍົນ​ພິ​ເສດ ຈາກ​ມົງ​ໂກ​ໄນ​ກັບຄືນ​ຮອດ​ນະຄ​ອນຫຼວງ​ປັກ​ກິ່ງ.

ນັກ​ບິນ​ອະວະກາດ​ສອງ​ທ່ານ​ດັ່ງກ່າວ​ຈະ​ເຂົ້າສູ່​ໄລຍະຖືກ​ກັກ​ຕົວທາງ​ແພດສາດ, ​ເພື່ອ​ດຳ​ເນີນ​ການກວດກາ​ທາງ​ແພດສາດ​ແລະ​ປະ​ເມີນ​ສຸຂະພາບຢ່າງຮອບດ້ານ.

​ໃນ​ເວລາ 13 ​ໂມງ 59 ນາທີ​ຂອງ​ວັນ​ທີ 18 ພະຈິກ​ນີ້, ຫ້ອງ​ກັບ​ຄືນ​ຂອງຍານອະວະກາດ  ​"ເສີນ​ໂຈ່​ວ11" ​ໄດ້​ລົງ​ຈອດ​ຢູ່​ເຂດທີ່​ກຳນົດ​ໄວ້​ລ່ວງ​ໜ້າ​ທີ່​ພາກ​ກາງ​​ເຂດມົງ​ໂກ​ໄນ​ຢ່າງ​ສຳ​ເລັດ​ຜົນ.

ຍານ​ອະວະກາດ"​ເສີນ​ໂຈ່​ວ11"​ໄດ້ຖືກສົ່ງຂຶ້ນ​ສູ່ອະວະກາດ​ຢູ່​ສູນ​​ສົ່ງ​ດາວ​ທຽມ​ຈິວຊວນ​ໃນ​ເວລາ 7 ​ໂມງ​ເຄິ່ງວັນ​ທີ 17 ຕຸລາ​ແລ້ວ​ນີ້, ​ຫຼັງ​ຈາກ​ນັ້ນ​ໄດ້​ເຊື່ອມ​ຕໍ່ກັບ​ຫ້ອງ​ທົດ​ລອງ​ທາງ​ອະວະກາດ"​ທ່ຽນ​ກົ່ງ2", ນັກ​ບິນ​ອະວະກາ​ດສອງ​ທ່ານ​ດັ່ງກ່າວ​ໄດ້​ເຂົ້າປະຈຳ​ຢູ່​ຫ້ອງ​ທົດ​ລອງ"​ທ່ຽນ​ກົ່ງ2" ​ເປັນ​ເວລາ 30 ວັນ, ​ໄດ້​ສຳ​ເລັດ​ການ​ທົດ​ລອງ​ວິທະຍາສາດ​ແລະ​ເຕັກນິກທາງ​ອະວະກາດ​ຫຼາຍຢ່າງ​ໃນ​ໄລຍະ​ບິນ​ຕາມ​ໂຄຈອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ