ປະ​ທານ​ປະ​ເທດ​ຈີນ​ພົບ​ປະ​ກັບ​ປະທານາທິບໍດີຣັດ​ເຊຍ
2016-11-20 11:16:34  cri 
ວັນ​ທີ19ພະຈິກ​ນີ້,​ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ວຼາດີເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ຢູ່​ນະຄອນຫຼວງ​ລີ​ມາ​ປະ​ເທດ​ເປຣູ.

ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ວ່າ,​​ນັບແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ, ຈີນ​ແລະຣັດ​ເຊຍ​ໄດ້ຮ່ວມ​ກັນສະ​ເຫຼີ​ມສະຫຼອງ​ການ​ເຊັນ​ "ສົນທິສັນຍາ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ຈີນ-ຣັດ​ເຊຍ"ຄົບຮອບ15ປີ​ແລະ​ສາຍ​ພົວພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຄົບຮອບ20ປີ, ທັງ​ໄດ້​ເພີ່ມ​ທະວີ​ການ​ປະສານ​ງານ​ຍຸດ​ທະ​ສາດ​ຢ່າງຮອບດ້ານ,​ເພື່ອ​ຊຸກຍູ້​ໃຫ້​ສອງ​ປະ​ເທດ​ພັດທະນາ​ພ້ອມ​ກັນ,​​ເຊັ່ນ​ດຽວ​ກັນກໍ່​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ຂອງ​ກຳລັງ​ສັນຕິພາບ​ແລະ​ຄວາມ​ເປັນ​ທຳ​ໃນ​ໂລກ. ຈີນ​ຍິນ​ດີ​ຮ່ວມ​ກັບຣັດ​ເຊຍ​ພະຍາຍ​າມຮ່ວມ​ກັນ, ຮັກສາ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຢ່າງ​ໃກ້ຊິດ​ໃນ​ປີ​ໃໝ່, ​ເພີ່​ມທະວີ​ການ​ຊ່ວຍ​ຊູ​ຍູ້​ໜູນ​​ກັນ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ​ແລະ​ຍຸດ​ທະ​ສາດ,ສຸມ​ໃສ່ເຊື່ອມ​ໂຍງ​ຍຸດ​ທະ​ສາດ​ພັ​ດທະ​ນາ​ລະຫວ່າງ​ສອງ​ປະ​ເທດ, ​ແລະ​ຮ່ວມ​ມື​ເຊື່ອມ​ໂຍງ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ກັບ​ສະຫະພັນ​ເສດຖະກິ​ດ​ເອີ​ລົບ-​ອາຊີ, ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັນ​​ໃນ​ວຽກ​ງານ​ສາກົນ, ຊຸກຍູ້​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ໂລກ.

ທ່ານ​ວຼາດີ​ເມຍ ປູ​ຕິນກ່າວ​ວ່າ,​ສາຍ​ພົວພັນ​ທີ່​ເພີ່ມ​ສູ່ລະດັບ​ສູງ​ລະຫວ່າງ​ຣັດ​ເຊຍ​ກັບ​ຈີນ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ໂລກ,​ສອງ​ຝ່າຍ​ຄວນ​ຮັກສາ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຢ່າງ​ໃກ້ຊິດ. ຣັດ​ເຊຍ​ຫວັງ​ຮ່ວມ​ກັບ​ຈີນ​ພ້ອມ​ກັນ​ຊຸກຍູ້​ການ​ເຊື່ອມ​ໂຍງ​ການ​ສ້າງສະຫະພັນ​ເສດຖະກິດ​ເ​ອີ​ລົບ-​ອາຊີ​ກັບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".​ຣັດ​ເຊຍ​ແລະ​ຈີນ​ຈະ​​ເພີ່ມ​ທະວີ​ການ​ປະສານ​ງານ​ໃນວຽກ​ງານ​ຂອບ​ຫຼາຍ​ຝ່າຍ, ​ເຊັ່ນ​ອົງການ​ເອ​ເປັກ​ແລະ​ອື່ນໆ.

ນອກ​ນີ້,​ປະມຸກ​ລັດ​ທັງ​ສອງ​ປະ​ເທດຍັງ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນຫາ​ສາກົນ​ແລະ​ພາກ​ພື້ນທີ່​ສົນ​ໃຈ​ຮ່ວມ​ກັນ,​​​ໂດຍ​ໄດ້ປັນ​ເອກະ​ພາບ​ກັນ​ວ່າ​ຕ້ອງ​ຮັກສາ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ​ອ້ອມ​ຂ້າງ​ຂອງ​ສອງ​ປະ​ເທດ ​ເຊັ່ນ ອາຊີ​ຕາ​ເວັນ​ອອກສຽງ​ເໜືອ, ອາຊີ​ກາງ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ