ປະທານ​ປະ​ເທດ​ຈີນ​ພົບ​ປະ​ກັບ​ປະທານາທິບໍດີ​ອາ​ເມ​ລິ​ກາ
2016-11-20 16:44:23  cri 

ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ຢູ່​ນະຄອນຫຼວງລີ​ມາ ປະ​ເທດ​ເປຣູ ​ໃນ​ວັນ​ທີ 19 ພະຈິກ​ນີ້ ​ໂດຍ​ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ທົບ​ທວນຄືນ ​ແລະ ສະຫຼຸບບົດຮຽນ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ໃນ​​ໄລຍະກວ່າ 3 ປີຜ່ານ​ມາ ​ແລະ​ເປັນ​ເອກະສັນ​ກັນ​​ເຫັນ​ດີ​ຈະ​ຮັບປະກັນ​ໃຫ້​ສາຍ​ພົວພົນ​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ພັດທະນາ​ໄປ​ຕາມ​ເສັ້ນທາງ​ທີ່​ຖືກຕ້ອງ ​​ປອດ​ໃສ​ແລະ​ໝັ້ນທ່ຽງ.

ທ່ານ​ສີ​ຈິ້ນ​ຜິ​ງ ຊີ້​ອອກ​ວ່າ: ບົດຮຽນ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ ກວ່າ 3 ປີຜ່ານມາ ສາມາດ​ສະຫຼຸບ​ໄດ້ ​ຄື: ໜຶ່ງ, ຕ້ອງ​ກຳທິດ​ທາງ​ໃຫຍ່​ຂອງ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້​ໄດ້ ​ໂດຍການ​ຮ່ວມ​ມື​ແມ່ນ​ການ​ເລືອກ​ທີ່​ຖືກຕ້ອງ​ພຽງ​ໜຶ່ງ​ດຽວ​ຂອງ​ສອງ​ຝ່າຍ. ສອງ, ຕັ້ງໜ້າ​ຂະຫຍາຍ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃຫ້​ກວ້າງ​ອອກ, ສະ​ແຫວ​ງຫາ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ທັງ​ສອງ​ຝ່າຍ ​ແລະ ຫຼາຍຝ່າຍ, ທັງ​ນີ້​ສາມາດ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ ​ແລະ​ກໍ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທົ່ວ​ໂລກ​ເຊັ່ນ​ດຽວກັນ ​ແລະ​ສາມ, ​ຍຶດໝັ້ນການ​ຄວບ​ຄຸມ​ແລະ​ຄຸ້ມ​ຄອງ​ບັນຫາ​ອ່ອນ​ໄຫວ​ຢ່າງ​ມີ​ຄວາມ​ສ້າງສັນ, ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ຫຼີກ​ເວັ້ນ​ການ​ວິນິດ​ໄສ​ທີ່​ຜິດພາດ, ພິຈາລະນາ​ບັນຫາໃນ​ຖານະ​ຝ່າຍ​ກົງກັນ​ຂ້າມ​ໃຫ້ຫຼາຍຂຶ້ນ ​ແລະ ປ້ອງ​ກັນ​ບໍ່​ໃຫ້​ຄວາມ​ຂັດ​ແຍ້​ງຮຸນ​ແຮງ​ຂຶ້ນ.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ: ອາ​ເມ​ລິ​ກາ​ແລະ​ຈີນ​ຮ່ວມ​ມື​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ ທັງ​ສາມາດ​ຄວບ​ຄຸມ​ແລະ​ຄຸ້ມ​ຄອງ​ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ມີ​ປະ​ສິດທິ​ຜົນ, ກົນ​ໄກ​ປຶກສາ​ຫາລື​ແລະ​ການ​ຮ່ວມ​ມື​ທີ່​ກ່ຽວຂ້ອງ​ກໍ​ມີ​ປະສິດທິພາບ. ​ແນວ​ໃດ​ກໍ​ດີ, ຂ້າພະ​ເຈົ້າ​ໄດ້ສະ​ເໜີ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-ຈີນ​ໃຫ້​ທ່ານ​ໂດ​ນັນ ທຣັມ ​ໄດ້​ຊາບ ​ແລະ ​ເນັ້ນຄວນ​ໃຫ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ບັນລຸ​ການ​ຂ້າມ​ຜ່ານ​ຢ່າງ​ໝັ້ນທ່ຽງ. ຂະນະ​ທີ່​ອາ​ເມ​ລິ​ກາ​ຍິນ​ດີ​ພັດທະນາ​ສາຍ​ພົວພັນ​ສອງ​ຝ່າຍ​ກັບ​ຈີນ​​ໃຫ້​ໄດ້​ຢ່າງດົນ​ນານ​ແລະ​ມີ​ປະສິດທິ​ຜົນ​ຍິ່ງຂຶ້ນ.

ນອກ​ນີ້, ສອງ​ຝ່າຍ​ຍັງ​​ໄດ້​ແລກປ່ຽນ​ຄວາ​ມຄິດ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສຳຄັນ​ແລະ​ສົນ​ໃຈ​ຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ