​ປະທານ​ປະ​ເທດ​ຈີນ​ເນັ້ນ​ຕ້ອງຫັນ​ໜ້າ​ໄປ​ສູ່ອະນາຄົດ​ເພື່ອ​ຄວາມ​ຮຸ່ງ​ເຮືອງ​ຂອງ​ອາຊີ​ປາຊິ​ຟິກ
2016-11-21 10:38:22  cri 
  ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການຂອງ​ຜູ້ນຳອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊິ​ຟິກ ຫຼື ອາ​ເປັກ​ ​ຄັ້ງ​ທີ 24 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ລີ​ມາ​ປະ​ເທດ​ເປຣູ​ໃນ​ວັນ​ທີ 20 ພະຈິກ​ນີ້, ​​ທ່ານ ສິຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາ​ໄສ​​ວ່າ: "ຫັນ​ໜ້າ​ໄປ​ສູ່ອະນາຄົດ ບຸກບືນ​ກ້າວໜ້າ​ ​ເພື່ອ​ສົ່ງ​ເສີມ​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ອາຊີ​ປາຊິ​ຟິກ".

  ທ່ານ ສິຈິ້ນ​ຜິ​ງ ​ເນັ້ນ​ວ່າ: ​ໃນ 25 ປີ​ທີ່​ຈີນ​ເຂົ້າ​​ເປັນ​ສະມາຊິກ​ອົງການ​ອາ​ເປັກ​ຜ່ານ​ມານັ້ນ​ກໍ​ໄດ້​ຍຶດໝັ້ນ​ແລະ​ຖື​ອາຊີ​ປາຊິ​ຟິກ​ເປັນ​ທິດ​ທາງບູລິມະສິດ​ໃນ​ການ​ເປີດປະຕູ​ແລະໃນ​ໂອກາດອີກ​ບໍ່​ເທົ່າ​ໃດ​ປີ​ຂ້າງ​ໜ້າ​ກໍ​ຈະ​ຮອດ​​ກຳນົດ​ການບັນລຸເປົ້າ​ໝາຍ​ໂບ​ໂກ​​ປີ 2020​, ພວກ​ເຮົາ​ຄວນ​ເລັ່ງວາງວິ​ໄສ​ທັດ​ການ​ຮ່ວມມື​ທີ່​ກວ້າງ​ໄກ​ກວ່າ​ເກົ່າ ​ໂດຍ​ຈີນ​ຍິນ​ດີ​ພະຍາຍາມ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​ຖື​ເອົາ​ການພັດທະນາ​ເປັນ​ຫົວ​ຂໍ້​ຕົ້ນຕໍ ທັງ​ເປີດ​ກວ້າງ​ການ​ເປີດ​ປະຕູ, ຊຸກຍູ້ການ​ເຊື່ອມ​ຈອດກັນ​ຂອງ​ເສດຖະກິດ​ກໍ​ຄືການ​ເຊື່ອມ​ໂຍງ​ເຂົ້າກັນຂອງ​ພາກ​ພື້ນ ​ເພື່ອ​ຮ່ວມ​ກັນວາງ​ແຜນການ​ຮ່ວມ​ມື​ທີ່​ຍິ່ງ​ໃຫຍ່​ຂອງ​ອາຊີ​ປາຊິ​ຟິກ.

  ກອງ​ປະຊຸມ​ດັ່ງກ່າວ​ໄດ້​ອອກ​ "ຖະ​ແຫຼ​ງການກອງ​ປະຊຸມ​ບໍ່​ເປັນ​ທາງ​ການຂອງ​ຜູ້ນຳອາ​​ເປັກ​ຄັ້ງ​ທີ 24​". ຂະນະ​ທີ່ຕອນ​ເຊົ້າ​ມື້ດັ່ງກ່າວ, ທ່ານ ສິຈິ້ນ​ຜິ​ງ ​ແລະ​ຜູ້ນຳ​ປະ​ເທດ​ສະມາຊິກ​ອາ​​ເປັກຍັງ​ໄດ້​ເຂົ້າ​ຮ່ວມ​ປຶ​ກສາ​ຫາລື​ທ່ວງທ່າ​ເສດຖະກິດ​ທົ່ວ​ໂລກ​​ບໍ່​ເປັນ​ທາງ​ການ ໂດຍ​ທ່ານ​ນາງ ຄຣິສຕິນ ລາກາດ ຜູ້ອຳນວຍການໃຫຍ່ອົງການກອງທຶນເງິນຕາສາກົນ ຫຼື IMF ​ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງ​ສະພາບ​ເສດຖະກິດ​ໂລກ, ຂະນະ​ທີ່​ປະທານ​ປະ​ເທດ​ຈີນ​ໄດ້​ປະກອບ​ຄຳ​ເຫັນ​ຈຸດ​ຢືນ​ຂອງ​ຕົນ​​ຕໍ່​ເສດຖະກິດ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ