ປະທານປະ​ເທດ​ຈີນປາຖະກະຖາຢູ່ສະພາ​ແຫ່ງ​ຊາດ​ເປຣູ
2016-11-22 11:30:59  cri 
  ຕອນ​ບ່າຍວັນ​ທີ 21 ພະຈິກ​ນີ້​ຢູ່ສະພາ​ແຫ່ງ​ຊາດ​ເປຣູ, ທ່ານ ສີ​ຈິ້ນ​ຜິ​ງ ​ໄດ້​ປາ​ຖະກະຖາ​ໃນ​ຫົວ​ຂໍ້ "ພະຍາຍາມ​ຮ່ວມ​ກັນ​ແລະ​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ​ເພື່ອ​ສ້າງ​ອະນາຄົດ​ທີ່​ສົດ​ໃສ​ໃຫ້​ແກ່​ສາຍ​ພົວພັນ​ລະຫວ່າງຈີນ-ອາ​ເມ​ລິ​ກາ​ລາຕິນ" ​ທັງ​ນີ້​ໄດ້​ສະ​ເໜີ​ 4 ຂໍ້ໃຫ້​ແກ່ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍຄື: 1. ຍຶດໝັ້ນການ​ຮ່ວມ​ມື​ແລະ​ການ​ພັດທະນາ​ໂດຍ​ສັນຕິ, ​ເພີ່ມ​ທະວີ​ການ​ປຶກສາ​ຫາລື​ແລະ​ສົນທະນາ​ຍຸດ​ທະ​ສາດ​ກ່ຽວ​ກັບ​ບັນ​ຫາ​ທົ່ວ​ໂລກ, ພະຍາຍາມ​ຍົກ​ລະດັບ​ລັກສະນະ​ຕົວ​ແທນ​ແລະ​ສິດ​ປະກອບ​ຄຳ​ເຫັນ​ຂອງປະ​ເທດ​ທີ່​ເປັນ​ຕະຫຼາດພັດ​ທະນາໃໝ່​ແລະ​ປະ​ເທດ​ກຳລັງ​ພັດທະນາ​ໃຫ້​ສູງ​ຂຶ້ນ; 2. ຊຸກຍູ້​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດທະນາ​ລວມທັງ​ຊຸກຍູ້​ແຜນການ​ພັດທະນາ​ປະ​ເທດ​ຂອງ​ຈີນ​ເຊື່ອມ​ຕໍ່​ແຜນ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ປະ​ເທດ​ອາ​ເມ​ລິ​ກາ​ລາຕິນ-ກາຣາອິບ​ກໍ​ຄື​​​ເນັ້ນ​ພັດທະນາສາຍ​ພົວພັນ​ລະຫວ່າງ​ຈີນ-​ອາ​ເມ​ລິ​ກາ​ລາຕິນ​ເຊື່ອມ​ຕໍ່​ການ​ພັດທະນາ​ຂອງ​ພາກ​ພື້ນ​ແລະ​ສາກົນ; 3. ເລັ່ງລັດຊຸກຍູ້ການ​ຮ່ວມ​ມື, ຍົກ​ລະດັບ​ການ​ຮ່ວມ​ມືທີ່​ແທ້​ຈິງ​ລະຫວ່າງຈີນ-ອາ​ເມ​ລິ​ກາ​ລາຕິນ​ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ, ຊຸກຍູ້​ການ​ເຕີບ​ໂຕ​ໃໝ່​ດ້ວຍ​ການ​ຄ້າ ກໍ​ຄື​ສົ່ງ​ເສີມ​ການ​ພັດທະນາ​​ດ້ວຍ​ການ​ລົງທຶນ​ແລະ 4. ຮ່ວມ​ກັນ​ຊົມ​ໃຊ້​ໝາກຜົນ​ການ​ຮ່ວມ​ມື ​ເພື່ອສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນສອງ​ຝ່າຍ​​ແລະ​ເຮັດ​ໃຫ້ການ​ຮ່ວມມືສອງ​ຝ່າຍພັດທະນາທັງ​ວັດຖຸ​ແລະ​ຈິດ​ໃຈ.

  ນອກ​ນີ້ທ່ານ ສິຈິ້ນ​ຜິ​ງ ຍັງ​ເນັ້ນວ່າ: ທັງ​ຈີນ-ອາ​ເມ​ລິ​ກາ​ລາຕິນ​ຕ້ອງ​ໄດ້​ເຊີດ​ຊູ​ຄັນ​ທຸງ​ແຫ່ງ​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ໂດຍ​ສັນຕິ, ຮ່ວມ​ກັນ​ສ້າງ​ປະຊາ​ຄົມ​ຮ່ວມ​ຊະຕາກຳ​​ໃຫ້​ດີ, ພະຍາຍາມ​ຮ່ວມກັນ​ດ້ວຍ​ຄວາມ​ຈິງ​ໃຈ​ບົນ​ເສັ້ນທາງ​ບັນລຸ​ເປົ້າ​ໝາຍຄວາມ​​​ໃຝ່ຝັນ​ ​ ​ເພື່ອ​ຊຸກຍູ້​ສາຍ​ພົວພັນຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ໄດ້​ຮັບ​ການ​ພັດທະນາກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ