ປະທານ​ປະ​ເທດ​ຈີນ​​ເນັ້ນສ້າງ​ສະພາບ​ແວດ​ລ້ອມໃໝ່​​ໃນ​ການ​ຮ່ວມມື​ລະຫວ່າງ​ສື່​ມວນ​ຊົນ​ຈີນ-ອາ​ເມ​ລິ​ກາ​ລາຕິນ
2016-11-23 10:13:03  cri 
  ທ່ານ ສິຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນໄດ້ກ່າວ​ປາ​ໄສ​ໃນ​ໂອກາດ​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ສຸດ​ຍອດ​ສື່​ມວນ​ຊົນ​ຈີນ-ອາ​ເມ​ລິ​ກາ​ລາຕິນທີ່​ຈັດ​ຂຶ້ນ​ຢູ່​ສຳນັກງານ​ໃຫຍ່ຄະນະ​ກຳມະ ການ​ເສດຖະກິດ​ອາ​ເມ​ລິ​ກາ​ລາຕິນ-ກາຣາອິບ​ຂອງ​ອົງການ​ສະຫະ​ປະຊາ​ຊາດຢູ່​ນະຄອນຊານ​ເຕຍ​ໂກ​​ໃນ​ວັນ​ທີ 22 ພະຈິກ​ນີ້ ​ໂດຍ​ເນັ້ນ "​ສ້າງ​ສະພາບ​ແວດ​ລ້ອມໃໝ່​​ໃນ​ການ​ຮ່ວມມື​ລະຫວ່າງ​ສື່​ມວນ​ຊົນ​ຈີນ-ອາ​ເມ​ລິ​ກາ​ລາຕີ​ນ".

  ທ່ານ ສິຈິ້ນ​ຜິ​ງ ​ເນັ້ນ​ວ່າ: ການ​ຈັດ​ກອງ​ປະຊຸມສຸດ​ຍອດ​ສື່​ມວນ​ຊົນ​ຈີນ-ອາ​ເມ​ລິ​ກາ​ລາຕິນຄັ້ງ​ທຳ​ອິດ​ຢ່າງ​ເປັນ​ທາງ​ການນັ້ນ ​ເປັນ​ການ​ປະດິດ​ສ້າງ​ອັນ​ຍິ່ງ​ໃຫຍ່​ໃນ​ປະ​ຫວັດສາດ​ການ​ພົວພັນ​ລະຫວ່າງ​ສື່​ມວນ​ຊົນ​ສອງ​ຝ່າຍ​ຂະນະ​ດຽວ​ກັນ​ກໍເປັນ​ມະຫະກຳ​ອີກ​ດ້ວຍ​ເຊິ່ງ​ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມືລະຫວ່າງ​ສື່​ມວນ​ຊົນ​ສອງ​ຝ່າຍນັ້ນ​ໃຫ້​ຖື​ສຳຄັນ​ຂໍ້​ສະ​ເໜີ 3 ປະການ​ຄື: 1. ອາ​ໄສ​ເຊິ່ງກັນ​ແລະ​ກັນ​ເພື່ອ​ຮ່ວມ​ກັນຍົກ​ລະດັບ​ອິດທິ​ພົນ​ຂອງ​ສື່​ມວນ​ຊົນ​ສອງ​ຝ່າຍ; 2. ​ມີ​ອຸດົມ​ການເດັດດ່ຽວ​ໜຽວ​ແໜ້ນ​ເພື່ອ​ຮ່ວມ​ກັນ​ຊຸກຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ລະຫວ່າງ​ສື່​ມວນ​ຊົນ​ສອງ​ຝ່າຍ​ໃຫ້​ບັນລຸ​ການ​ພັດທະນາ​ໃໝ່ ​ແລະ 3. ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ​ສອງ​ຝ່າຍ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່. ​ແນວ​ໃດ​ກໍ​ດີ​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ, ຈີນຈະ​ສ້າງ​ຕັ້ງ​ສູນ​ແລກປ່ຽນ​ຂ່າວສານ​ຈີນ-ອາ​ເມ​ລິ​ກາ​ລາຕິນ​ໂດຍ​ຈະ​ເຊີນ​ນັກ​ຂ່າວ​ຂອງ​ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ລາຕິນຈຳນວນ​ໜຶ່ງ​ມາ​ເຮັດ​ວຽກ​ຫຼື​ສຶກສາ​ຢູ່​ຈີນ.

  ທ່ານ ສິຈິ້ນ​ຜິ​ງ ຊີ້​ໃຫ້​ເຫັນ​ວ່າ: ຄະນະ​ກຳມະການ​ເສດຖະກິດ​ອາ​ເມ​ລິ​ກາ​ລາຕິນ-ກາຣາອິບ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ເສີມ​ຂະຫຍາຍ​ບົດບາດສຳຄັນ​ໃນ​ການ​ສົ່ງ​ເສີມ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ລາຕິນ ​ແລະຫວັງວ່າ​ຄະນະ​ກຳມະການ​ດັ່ງກ່າວ​ຈະ​ຊຸກຍູ້​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດທະນາ​ຂອງ​ສອງ​ຝ່າຍ​ເພື່ອ​ປະກອບສ່ວນ​​ໃໝ່​ເຂົ້າ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ລາຕິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ