ສູນ​ໝີ​ແພນ​ດາພາກ​ເໜືອ​ສຸດຂອງ​ຈີນ
2016-11-23 16:27:32  cri 

  ສູນ​ໝີ​ແພນ​ດາ "ຢ໋າປູ້​ລີ" ຢູ່​ພາກ​ເໜືອ​ສຸດ​ແລະ​ອຸນຫະພູມ​ຕ່ຳ​ສຸດ​ຂອງ​ຈີນທີ່​ສຳ​ເລັດ​ການກໍ່​ສ້າງ​ໃນ​ເດືອນ​ກໍລະກົດ​ປີ​ນີ້​ໄດ້​ສ້າງ​ຜົນ​ດີ​ຕໍ່​ການ​ທົດ​ລອງ​ສະພາບ​ແວດ​ລ້ອມ​ການ​ດຳລົງ​ຊີ​ວິດ​ຂອງ​ໝີ​ແພນ​ດາ ​ໂດຍ​ໝີ​ແພນ​ດາ "​ໂຢ້​ໂຢ້" ​ແລະ "ຊຶ​ເຈຍ" ​ໄດ້ສຳຜັດ​ກັບ​ລະດູ​ໜາວ​ເປັນເທື່ອ​ທຳ​ອິດຢູ່​ສູນ​ດັ່ງກ່າວ​ຂະນະ​ດຽວ​ກັນ​ກໍ​ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວຈາກທົ່ວ​ໂລກຫຼັ່ງ​ໄຫຼ​ເຂົ້າມາ​​ເບິ່ງຄວາມ​ໜ້າ​ຮັກ​ຂອງ​ໝີ​ແພນ​ດາຂະນະຫຼິ້ນຫິມະ​​ເຊິ່ງ​ເປັນ​ພາບ​ທີ່​ຫາ​ເບິ່ງ​ຍາກ. ​​ແນວ​ໃດ​ກໍ​ດີ, ເຖິງ​ວ່າພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນມີ​ຫິມະ​ຕົກ​ອີກ​ຮອບ​ໜຶ່ງ​ໃນວັນ​ທີ 22 ພະຈິກ​ນີ້ກໍ​ຕາມ, ​ແຕ່​ໝີ​ແພນ​ດາ​ຢູ່ສູນ​ດັ່ງກ່າວ​ພັດ​ດຳລົງ​ຊີວິດ​ດ້ວຍ​ຄວາມສະບາຍທ່າມກາງ​​ສະພາບ​ແວດ​ລ້ອມດັ່ງກ່າວ​ແລະກໍ​ສາມາດສ້າງ​ຄວາມ​ມ່ວນ​ຊື່ນ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດໃຫ້​ແກ່ນັກ​ທ່ອງ​ທ່ຽວ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ