ຊາຍເສ​ສວນຫົວ​ດີສ້າງ "transformers" ຈາກ​ເສດລົດ
2016-11-23 16:50:07  cri 

 

  ຖ້າ​ທ່ານຂີ່​ລົດ​ຫຼື​ຍ່າງ​ຜ່ານ​ຖະໜົນ​ຮວາ​ຊານ​ໃຕ້​ເມືອງ​​ເດີ​ຢາງ​ແຂວງ​ເສ​ສວນ ສປ ຈີນ, ທ່ານ​ຈະ​ໄດ້​ເຫັນຄວາມ​ແປກ​ຫູ​ແປກ​ຕາ​ກັບ​ສິ່ງ​ປະດິດ​ຊະນິດ​ໜຶ່ງ​ເຊິ່ງນັ້ນ​ກໍ​ຄື ​​​"transformers" ​ທີ່​​ສູງ 2 ​ແມັດ​ຂຶ້ນ​ໄ​ປ 7 ​ໂຕ. ​ທັງ​ນີ້​ຄວາມ​ແຕກ​ຕ່າງ​ຈາກ "transformers" ​ໃນ​ຮູບ​ເງົາ​ອາ​ເມ​ລິ​ກາ​ກໍ​ຄື;​ ເຖິງ​ວ່າສິ່ງ​ປະ​ດິດ "transformers" ​ເຫຼົ່າ​ນີ້​​ເປັນຮູບຄົນ​ກໍ​ຕາມ​ແຕ່ມັນກໍບໍ່​ສາມາດ​ແປງຮ່າງມາເປັນ​ລົດ​ໄດ້. ຊາຍເສ​ສວນຫົວ​ດີທີ່​ປະດິດສ້າງ "transformers" ​ເຫຼົ່າ​ນີ້​ກ່າວ​ວ່າ: ກວ່າ​ຈະ​ຜະລິດ​ມັນ​ຂຶ້ນມາ​ໄດ້​ຄື transformers ແຕ່ລະ​ໂຕ​ຕ້ອງ​ໄດ້​ໃຊ້ 100 ກວ່າ​ຊິ້ນສ່ວນ​ເຊິ່ງນອກຈາກ​​ໄດ້ຊື້​ເຫຼັກກ້າ​ໃໝ່​ຈຳນວນ​ໜຶ່ງ​ແລ້ວ, ຊິ້ນ​ສ່ວນ​ອື່ນໆ​ຍັງ​ໄດ້​ຊື້​ນຳ​ໂຮງງານ​ມ້າງ​ລົດຕື່ມ​ອີກ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ