ຮອງ​ປະທານ​ສະ​ຖາ​ບັນ​ລະຄອນ​ເວົ້າແຫ່ງ​ຊາດ​ຈີນ​ຫວັງ​ຈະສະ​ແດງວັດທະນະທຳ​ພື້ນ​ເມືອງ​ລາວ​ດ້ວຍ​ວິທີ​​ແບບ​ງິ້ວດັ້ງ​ເດີມ​ຂອງ​ຈີນ
2016-11-25 11:00:27  cri 
ວັນ​ທີ 23 ພະຈິກ​ນີ້ ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ຫວາງ​ສ້ຽວ​ຢິ່ງ ຮອງ​ປະທານ​ສະ​ຖາ​ບັນ​ລະຄອນ​​ເວົ້າ​ແຫ່ງ​ຊາດ​ຈີນ, ຮອງ​ປະທານ​ສະມາຄົມ​ນັກສະ​ແດງ​ງິ້ວ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI ວ່າ ຕົນ​ຫວັງ​ຈະ​ໃຊ້​ວິທີ​ງິ້ວດັ້ງ​​ເດີມຈີນ​ເພື່ອສະ​ແດງວັດທະນະທຳ​ພື້ນ​ເມືອງລາວ.

ງານ​ວາງສະ​ແດງລະນຶກ​ກາ​ນ​ເຖິງ​ແກ່​ກຳ​ຂອງ​ທ່ານ​ທ່າ​ງສຽນ​ຈູ ​ແລະ​ທ່ານ​ເຊັກສ​ເປຍ ປະລະມາ​ຈານ​ວັນນະກຳ​ໂລກຄົບຮອບ 400 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ​ໃນ​ວັນ​ທີ 23 ພະຈິກ​ນີ້. ທ່ານ​ຫວາງ​ສ້ຽວ​ຢິ່ງກ່າວ​ວ່າ ປີ​ນີ້ ພວກ​ຂ້າພະ​ເຈົ້າ​ຖື​ໂອກາດ​ໃນ​ການ​ລະນຶກ​ທ່ານ​ທ່າ​ງສຽນ​ຈູແລະທ່ານເຊັກສເປຍ​ເພື່ອ​ແນະນຳ​ວັດທະນະທຳ​ຈີນ​ແລະ​ສິລະ​ປະ​ຈີນ​ໃຫ້​ປະຊາຊົນ​ລາວ​ຮັບ​ຮູ້ ​ແລະ​ຫວັງ​ວ່າ​ປະຊາຊົນ​ລາວ​ຈະ​ມີ​ຄວາມ​ຮັບ​ຮູ້​ວັດທະນະທຳ​​ແລະ​ສິລະ​ປະຍຸກ​ປັດຈຸບັນ​ຂອງ​ຈີນ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.

ທ່ານ​ຢືນຢັນ​ວ່າ ລາວ​ເປັນ​ປະ​ເທດ​ທີ່​ມີ​ປະຫວັດສາດ ວັດທະນະທຳ​ແລະ​ຄວາມ​ເຊື່ອ​ຖື​ທາງ​ສາສະໜາ​ທີ່​ມີ​ເອກະລັກ​ພິ​ເສດ​ຂອງ​ຕົນ​​ແລະ​ຫວັງ​ວ່າການ​ນຳ​ໃຊ້​ວິທີ​ງິ້ວດັ້ງ​ເດີມ​ຂອງ​ຈີນ​ເພື່ອ​ສະ​ແດງວັດ​ທະນະ​ທຳ​ພື້ນ​ເມືອງ​ລາວ​ໃນຕໍ່ໜ້າ​ຈະ​ເປັນ​ຜົນ​ດີ​ຕໍ່​ປະຊາຊົນ​ສອງ​ປະ​ເທດທີ່​ໄດ້​ຮັບ​ຮູ້​ແລະ​ເຂົ້າ​ໃຈ​ວັດທະນະທຳ​ຂອງ​ແຕ່ລະ​ຝ່າຍ​ເລິກ​ເຊິ່ງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ