ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເນັ້ນ​ວ່າ​ສິດ​ອຳນາດ​ອະທິປະ​ໄຕ​​ແລະ​ສິດ​ຄຸ້ມ​ຄອງ​ຂອງ​ຈີນ​ທີ່​ມີ​ຕໍ່​ເກາະ​ຫວງ​ຢຽນຈະບໍ່​ມີ​ການ​ປ່ຽນ​ແປງ​
2016-11-26 14:46:21  cri 
ວັນ​ທີ 25 ພະຈິກ​ນີ້, ທ່ານ​​ເກິ​ງຊວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ເນັ້ນ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ: ຈີນ​ໄດ້ປະຕິບັດ​ຕາມຈິດ​ໃຈ​ມິດຕະພາບ​ໂດຍ​ໄດ້​ຈັດ​ສັນຢ່າງ​ເໝາະ​ສົມ​ຕໍ່​ກໍລະນີ​ຊາວ​ປະມົງ​ຟີ​ລິບ​ປິນ ​ໄປ​ຫາ​ປາ​ຢູ່​ເຂດ​ທະ​ເລ​​ໃກ້ຄຽງ​ເກາະ​ຫວງ​ຢຽນ, ​ແຕ່​ສິດ​ອຳນາດ​ອະທິປະ​ໄຕ​ແລະ​ສິດ​ຄຸ້ມ​ຄອງ​ຂອງ​ຈີນ​ທີ່​ມີ​ຕໍ່​ເກາະ​ຫວງ​ຢຽນນັ້ນ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ​ແລະ​ກໍ​ຈະບໍ່​ມີ​ການ​ປ່ຽນ​ແປງ​​.

ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ,  ທ່ານ​ເກິ​ງຊວງກ່າວ​ວ່າ: ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟີ​ລິບ​ປິນຢ້ຽມ ຢາມ​ຈີນ​ໃນ​ກ່ອນ​ໜ້າ​ນີ້​ບໍ່​ດົນ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ສາຍ​ພົວພັນ​ຈີນ-ຟີ​ລິບ​ປິນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຮອບດ້ານ​ແລ້ວ. ສອງ​ຝ່າຍ​ໄດ້​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ການ​ຈັດການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ຄືນ​ໃໝ່ ​ແລະ​ຈີນ​ໄດ້​ປະຕິບັດ​ຕາມ​ຈິດ​ໃຈ​ມິດຕະ ພາບ​ໂດຍ​ໄດ້​ຈັດ​ສັນຢ່າງ​ເໝາະ​ສົມ​ຕໍ່​ກໍລະນີ​ຊາວ​ປະມົງ​ຟີ​ລິບ​ປິນໄປ​ຫາ​ປາ​ຢູ່​ເຂດ​ທະ​ເລ​ໃກ້​ຄຽງ​ເກາະ​ຫວງ​ຢຽນ, ພວກ​ຂ້າພະ​ເຈົ້າ​ເນັ້ນ​ວ່າ ສິດ​ອຳນາດ​ອະທິປະ​ໄຕ​ແລະ​ສິດ​ຄຸ້ມ​ຄອງ​ຂອງ​ຈີນ​ທີ່​ມີ​ຕໍ່​ເກາະ​ຫວງ​ຢຽນບໍ່​ໄດ້​ມີ​ການ​ປ່ຽນ​ແປງ​ແລະກໍ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ