ຜູ້ນຳຫຼາຍ​ປະ​ເທດສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່ການ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ທ່ານ​ຟີ​​ແດນ ກາສ​ໂຕຣ ຜູ້ນຳ​ການປະຕິວັດ​ກູ​ບາ
2016-11-27 15:12:03  cri 
ທ່ານ​ຟີ​ແດນ ກາສ​ໂຕຣ ຜູ້ນຳ​ການປະຕິວັດ​ກູ​ບາ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ໃນ​ຄືນ​ວັນ​ທີ 25 ພະຈິກ​ນີ້ ລວມອາຍຸ 90 ປີ. ວັນ​ທີ 26 ພະຈິກ​ນີ້, ຜູ້ນຳ​ຫຼາຍ​ປະ​ເທດ​ໄດ້​ສະ​ແດງ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ​ຕໍ່ການເຖິງແກ່ມໍລະນະກຳຂອງທ່ານກາສໂຕຣ ທັງຂໍ​​ແບ່ງ​ເບົາ​ຄວາມທຸກ​ໂສກຢ່າງ​ສຸດ​ຊຶ້ງນຳລັດຖະບານ​ແລະ​ປະຊາຊົນ​ກູ​ບາ.

ວັນ​ທີ 26 ພະຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ໄວ້ອາ​ໄລ​​ໄປ​ຍັງ​ທ່ານຣາອຸນ ກາສ​ໂຕຣ ​ເລຂາທິການ​ທີ​ໜຶ່ງ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ກູ​ບາ, ປະທານ​ຄະນະ​ກຳມະການ​ວຽກ​ງານ​ແຫ່ງ​ລັດທັງ​ເປັນ​ປະທານ​ສະພາ​ລັດຖະມົນຕີ​ກູ​ບາ​ໂດຍ​ຕາງໜ້າ​ໃຫ້​ພັກ-ລັດ​,ປະຊາຊົນ​ຈີນ​ແລະ​ໃນ​ນາມ​ສ່ວນ​ຕົວ​ສະ​ແດງ​ຄວາມ​​ໂສກ​ເສົ້າ​ເສຍ​ໃຈ​ຢ່າງ​ສຸດ​ຊຶ້ງຕໍ່​ການ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ທ່ານ​ຟີ​ແດນ ກາສ​ໂຕຣ ທັງຂໍ​ແບ່ງ​ເບົາ​ຄວາມທຸກ​ໂສກ​ຢ່າງ​ຈິງ​ໃຈ​ທີ່​ສຸດນຳ​ຄອບຄົວ​ທ່ານຟີ​ແດນ​ກາສ​ໂຕຣ.

ວັນ​ດຽວ​ກັນ, ທ່ານ​ຫຼີ້​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ກໍໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ໄວ້ອາ​ໄລ​​ໄປ​ຍັງທ່ານຣາອຸນ ກາສ​ໂຕຣ​​ເຊັ່ນ​ດຽວ​ກັນໂດຍ​ຕ້າງ​ໜ້າ​ໃຫ້​ລັດຖະບານ​, ປະຊາຊົນ​ຈີນ​ແລະ​ໃນ​ນາມ​ສ່ວນ​ຕົວ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ຢ່າງ​ສຸດ​ຊຶ້ງທີ່​ສຸດ​ຕໍ່​ການ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ສະຫາຍ​ຟີ​ແດນ​ກາສ​ໂຕຣ ທັງ​ຂໍ​ແບ່ງ​​ເບົາ​ຄວາມທຸກ​ໂສກ​ຢ່າງ​ສຸດ​ຊຶ້ງ​ນຳ​ລັດຖະບານ​ແລະ​ປະຊາຊົນ​ກູ​ບາ​ພ້ອມ​ດ້ວຍ​ຄອບຄົວ​ສະຫາຍ​ກາສ​ໂຕຣ.

​ວັນ​ທີ 26 ພະຈິກ​ນີ້, ທ່ານ​ວຣາດີ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ໄດ້​ກ່າວ​ສະ​ແດງ​ຄວາ​ມ​ໄວ້ອາ​ໄລ​ຕໍ່​ການ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ທ່ານ​ຟີ​ແດນ ກາສ​ໂຕຣ ຂະນະ​ທີ່​ທຳນຽບຂາວ​ອາ​ເມ​ລິ​ກາ​ກໍ​ໄດ້​ອອກ​ຖະ​ແຫຼ​ງການ​ເຊັ່ນ​​ດຽວ​ກັນ​ເພື່ອ​ຂໍ​ແບ່ງ​ເບົາ​ຄວາມທຸກ​ໂສກ​ນຳ​ຄອບຄົວ​ທ່ານ​ກາສ​ໂຕຣທັງ​ຢືນຢັນ​ວ່າ ປະຫວັດສາດ​ຈະ​ບັນທຶກ​ແລະ​ຕີ​ລາຄາ​ຕໍ່ທ່ານກາສ​ໂຕຣທີ່​ສົ່ງ​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ປະຊາຊົນ​ກູ​ບາ​ກໍ​ຄື​ທົ່ວໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ