ICBC ສາຂາ​ນະຄອນຫຼວງວຽງຈັນກາຍ​ເປັນ​ທະນາຄານ​ການ​ຄ້າ​ໃຫຍ່​ກວ່າໝູ່​ຢູ່​ລາວ
2016-11-28 16:11:58  cri 

  ​ແຫຼ່ງຂ່າວ​ຈາກ​ທະນາຄານອຸດສາຫະກຳ-​ການ​ຄ້າ​ຈີນ ຫຼື ICBC ​ໃຫ້​ຮູ້​ວ່າ:​ ພາຍຫຼັງ ICBC ສາຂາ​ນະຄອນຫຼວງວຽງຈັນ​ໄດ້​ສ້າງ​ຕັ້ງ​ຂຶ້ນແລະ​ເລີ່​ມດຳ​​ເນີນ​ທຸລະ​ກິດຢ່າງ​ເປັນ​ທາງ​ການ​ໃນທ້າຍ​ເດືອນພະຈິກ​ປີ 2011 ​ແລະມາ​ຮອດ​ປັດຈຸບັນ​ການ​ດຳ​ເນີນ​ທຸລະ​ກິດ​ໄດ້ 5 ປີພໍດີ. ຂະນະ​ທີ່​ແຕ່​ປີ 2013-2015, ມີ​ຍອດ​ຊັບ​ສິນ​​ເປັນອັນ​ດັບ 1 ​ໃນ​ບັນດາ​ທະນາຄານ​ຕ່າງປະ​ເທດ​ແລະ​ເປັນອັນ​ດັບ 2 ​ໃນ​ທົ່ວ​ຂະ​ແໜງ​ການ​ການ​ຄ້າ 3 ປີຕິດ​ຕໍ່​ກັນ. ທັງ​ນີ້​ທະນາຄານ​ສປປ​ລາວ​ເປີດ​ເຜີຍ​ວ່າ: ມາຮອດ​ທ້າຍ​ເດືອນ​ມິຖຸນາຜ່ານ​ມາ, ICBC ສາຂາ​ນະຄອນຫຼວງວຽງຈັນມີຍອດ​ຊັບ​ສິນ​ຫຼາຍ​ກວ່າ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ​ແລະ​ກາຍ​ເປັນ​ທະນາຄານ​ການ​ຄ້າທີ່​ມີຍອດ​ຊັບ​ສິນ​​ຫຼາຍ​ກວ່າ​ໝູ່​ຢູ່​ລາວ ​ເຊິ່ງຖື​ວ່າ​ເປັນ​ເທື່ອ​ທຳ​ອິດ​ໃນ​ປະຫວັດສາດ​ການ​ເງິນ​ຂອງ​ປະ​ເທດ​ດ່ັງກ່າວ​.

  ເຈົ້າ​ໜ້າ​ທີ່ ICBC ສາຂາ​ນະຄອນຫຼວງວຽງຈັນ​ໃຫ້​ສຳພາດ​ວ່າ: ລາວ​ຕັ້ງ​ຢູ່​ໃຈກາງ​​ແຫຼມ​ອິນ​ດູຈີນ​​ແລະ​ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເຊິ່ງມີ​ທ່າ​ແຮງຫຼາຍ​ດ້ານ​ໂດຍ​ສະ​ເພາະ​ດ້ານ​ທີ່​ຕັ້ງ​ໃນ​ການ​ເຊື່ອມ​ຕໍ່ກັບບັນດາ​ປະ​ເທດ​ອ້ອມ​ຂ້າງ​ໃນ​ພາກ​ພື້ນ. ຂະນະ​ທີ່​ລັດຖະບານ​ລາວ​ໄດ້​ວາງ​ນະ​ໂຍບາຍ "ຫັນ​ປະ​ເທດ​ທີ່ບໍ່​ມີຊາຍ​ແດນ​ຕິດ​ກັບ​ທະ​ເລ​ເປັນປະ​ເທດ​​ໃຈກາງ​ບໍລິການ​ທາງ​ຜ່ານ", "ສ້າງ​ປະ​ເທດ​ຕົນ​​ກາຍ​ເປັນ​ໝໍ້​ໄຟ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້" ​ແລະ​ອື່ນໆນັ້ນ ຈຶ່ງ​ແທດ​ເໝາະ​ກັບ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຂອງ​ຈີນ​​​ສູງທີ່​ສຸດ. ທີ່​ສຳຄັນ​ພາຍຫຼັງ​ລາວ​ເລັ່ງຊຸກຍູ້​ນະ​ໂຍບາຍ​ປະຕິ​ຮູບ​ແລະເປີດ​ປະຕູ ສົ່ງ​ຜົນ​ເຮັດ​ໃຫ້​ເສດຖະກິດ-ສັງຄົມ​ຂອງປະ​ເທດ​ດ່ັງກ່າວ​ໄດ້​ຮັບການ​ປະຕິ​ຮູບ​ຢ່າງ​ເລິກ​ເຊິ່ງ, ຂະນະ​ທີ່​ທະນາຄານ​ຕົນ​ຈະ​ສືບ​ຕໍ່​ຊຸກຍູ້ຍຸ​ດ ທະ​ສາດ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ລາວ​​ໃຫ້​ເຂົ້າ​ສູ່​ລວງ​ເລິກ ​ເພື່ອ​ເສີມ​ຂະຫຍາຍ​ບົດບາດເປັນ​ຂົວ​ຕໍ່​ໃນ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ກວ່າ​ເກົ່າ ​ແລະຊ່ວຍ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ດັ່ງກ່າວ​ໃຫ້​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ