ຊາຍ​ຈີນ​ຊ່ວຍ​ຊີວິດ​ຜູ້​ຈະ​ໂຕນ​ນ້ຳ​ຕາຍ 321 ຄົນ​ຢູ່​ຂົວ​ແມ່​ນ້ຳ​ຢາ​ງຊີ​ກຽງ
2016-11-28 16:20:29  cri 

​    ຕະຫຼອດ 13 ປີ​ທີ່​ຜ່ານ​ມາ, ບໍ່​ວ່າ​ຝົກຕົກຫຼື​ແດດ​ອອກ, ທ່ານ ​ເຊີນ​ສື່ ກໍ​ຈະ​ຂີ່​ລົດຖີບ​ໄຟຟ້າ​ໃນ​ໄລຍະທາງ 20 ກິ​ໂລ​ແມັດ​ມາ​​ຂົວ​ແມ່​ນ້ຳ​ຢາງ​ຊີ​ກຽງ​ເມືອງ​ນານ​ກິ່ງ ​ເຊິ່ງ​​ເປັນ​ສະຖານ​ທີ່​ທີ່​ມີອັດຕາ​ຂ້າ​​ໂຕ​ຕາຍ​ຫຼາຍທີ່ສຸດ​ຂອງ​ຈີນ​ໃນ​ທຸກໆ​ທ້າຍ​ອາທິດ ​ເພື່ອ​ປ້ອງ​ກັນ​ຜູ້ຫວັງຂ້າ​ໂຕ​ຕາຍ ​ໂດຍນັບ​ແຕ່​ປີ 2003 ​ເປັນຕົ້ນມາ ສາມາດຊ່ວຍ​ຊີວິດ​ໄດ້ 321 ຄົນ​ແລ້ວ.

    ທ່ານ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: "ຂ້າພະ​ເຈົ້າ​ເຄີຍ​​ເປັນ​ດັ່ງ​ພວກ​ເຂົາ ​ແລະ​ກໍໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກ​ຊາວບ້ານ​ທີ່​ໃຈ​ບຸນ. ​ເວລາ​ນັ້ນ, ຂ້າ​ພະ​ເຈົ້າທຸກ​ຍາກຫຼາຍ, ດຳລົງ​ຊີວິດ​ດ້ວຍ​ການ​ຂາຍ​ຜັກ​ຢູ່​ເມືອງ​ນານ​ກິ່ງ ​ແລະຫຼັງຈາກ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ແລະ​ຊີວິດ​ຂ້າພະ​ເຈົ້າດີ​ຂຶ້ນ​ແລ້ວ, ກໍ​ມີ​ຄວາມ​ມຸ່ງ​ຫວັງ​ຈະ​ຊ່ວຍ​ຜູ້​ອື່ນ​ເພື່ອ​ຊອກ​​ໄດ້​ເສັ້ນທາງ​ແຫ່ງ​ຄວາມ​ຫວັງ."

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ