ຈີນ-ລາວ​ເພີ່ມ​ທະວີ​ການ​ພົວພັນ​ເສດຖະກິດ​ການ​ຄ້າ
2016-11-29 10:51:43  cri 

ຕອນ​ບ່າຍ​ວັນ​ທີ 28 ພະຈິກ​ນີ້​ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ຫາລືກັບ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີລາວ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ​ຈີນ​ຢ່າງ​​ເປັນ​ທາງ​ການ.

ທ່ານ​ຫຼີ​ເຄີ້ສຽງ​ຊີ້​ໃຫ້​ເຫັນ​ວ່າ ຈີນ-ລາວ​ເປັນ​​ເພື່ອນ​ບ້ານ​ໃກ້​ຄຽງ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ຕໍ່​ກັນ, ສອງ​ຝ່າຍ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ສະໜັບສະ ໜູນ​ເຊິ່ງກັນ​ແລະ​ກັນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ​ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວ​ເຊື່ອມ​ຕໍ່​ແຜນ​ພັດທະນາ​ແລະ​ຍຸດ​ທະ​ສາດ​ຂອງ​ແຕ່ລະ​ປະ​ເທດ​ຕື່ມ​ອີກທັງຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳຄັນ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່. ຂະນະ​ດຽວ​ກັນ​ກໍ​ເລັ່ງ​ເສີມ​ຂະຫຍາຍ​ບົດບາດ​ການ​ຊີ້​ນຳຂອງ​ໂຄງການ​ໃຫຍ່​ເປັນ​ຕົ້ນ​ທາງ​ລົດ​ໄຟ,​ເຂດ​ຮ່ວມ​ມື​ເສດຖະກິດ,​ເຂດ​ພັດທະນາ​ກວມ​ລວມ​ແລະ​ອື່ນໆ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ການ​​ເພີ່ມ​ຂີດ​ຄວາມ​ສາມາດ​ການຜະລິດ​ແລະ​ການ​ລົງທຶນ. ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ​ໃນ​ຂົງ​ເຂດ​ກະສິກຳ​ກັບ​ການ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະສິກຳ,ການຫຼຸດຜ່ອນ​ຄວາມທຸກ​ຍາກ​, ສົ່ງ​ເສີມ​ການຮ່ວມ​ມື​ເພື່ອ​ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເງິນ​,​ການ​ປ້ອງ​ກັນປະ​ເທດແລະ​ອື່ນໆ ທັງ​ຮັດ​​ແໜ້ນ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ເປັນ​ຕົ້ນ.

ທ່ານ​ຫຼີ​ເຄີ້ສຽງ​ຢືນຢັນ​ວ່າ ​ໃນ​ຖານະ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນປີ 2016 ນີ້, ລາວ​ໄດ້​ປະ​ສົບຜົນສຳ​ເລັດ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ພ້ອມ​ດ້ວຍ​ກອງ​ປະຊຸມ​ຕ່າງໆ ​ເຊິ່ງ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຈີນ-ອາ​ຊຽນ ​ແລະ​ຫວັງ​ວ່າ​ລາວ​ຈະ​ສືບ​ຕໍ່​ທຸກຄວາມ​ພະຍາຍາມ​ ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ຈີນ-ອາ​ຊຽນ​ໃຫ້​ຂະຫຍາຍ ຕົວ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ.

ທ່ານ​ທອງ​ລຸນ ສີ​ສຸ​ລິດ​ຢືນຢັນ​ວ່າ ຈີນ​ເປັນ​ໝູ່​ເພື່ອນ​ແລະ​ອ້າຍ​ນ້ອງ​ທີ່​ຈິງ​ໃຈ​ຂອງ​ລາວ ​ແລະ​ລາວກໍ​ພ້ອມ​ກຳ​ໂອກາດ​ແລະ​ຜັນ​ຂະຫຍາຍ​ຜົນງານ​ 55 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວທາງ​ການ​ທູດ​ລາວ-ຈີນເພື່ອ​ຕັ້ງໜ້າ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດທະນາ​ຂອງ​ສອງ​ຝ່າຍ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພື້ນຖານ​ໂຄງລ່າງ,ການ​ທະນາຄານ,ກະສິກຳ,ການ​ກໍ່ສ້າງ​ເຂດ​ພັດທະນາ​ແລະ​ ​ອື່ນໆ ​ເວົ້າ​ລວມ,​ເວົ້າ​ສະ​ເພາະ​ທາງ​ລົດ​ໄຟລາວ-ຈີນ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ພັດທະນາສປປລາວ ​ແລະ​ລາວກໍ​ຈະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ຊຸກຍູ້​​ໂຄງການ​ຮ່ວມ​ມື​ຕ່າງໆ ທັງ​ຍິນ​ດີ​ສືບ​ຕໍ່ສຸມ​ທຸກ​ຄວາມ​ພະຍາຍາມ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ອາ​ຊຽນ-ຈີນ.

ຫຼັງການ​ພົບ​ປະ, ນາຍົກ​ທັງ​ສອງ​ປະ​ເທດ​ໄດ້​ຮ່ວມ​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ລົງ​ນາມ​ເອກະສານ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ​ແລະອື່ນໆ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ