ປະທານ​ປະ​ເທດ​ຈີນ​ເດີນທາງ​ໄປ​ໄວ້ອາ​ໄລ​ທ່ານ​ຟີ​​ແດນ ກັສ​ໂຕຣ ຜູ້ນຳ​ການ​ປະຕິວັດ​ກູ​ບາ​ທີ່​ສະຖານທູດ​ກູ​ບາ​ປະຈຳ​ຈີນ
2016-11-29 16:53:14  cri 
ຕາມ​ຂ່າວສານ​ຊິນຮວາ:ວັນ​ທີ 29 ພະຈິກ​ນີ້,ທ່ານ​ສີ​ຈິ້ນ​ຜີ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິ​ດຈີນ,ປະທານ​ປະ​ເທດ,ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​ເດີນທາງ​ໄປ​ສະຖານທູດ​ກູ​ບາ​ປະຈຳ​ປະ​ເທດ​ຈີນ​ເພື່ອ​ໄວ້ອາ​ໄລ​​ເຖິງທ່ານ​ຟີ​​ແດນ ກັສ​ໂຕຣ ຜູ້ນຳ​ການ​ປະຕິບັດ​ກູ​ບາ​ທີ່​ເຖິງ​ແກ່ມໍລະນະ​ກຳ.

​ໃນ​ການ​ໄວ້ອາ​ໄລ,ທ່ານ​ສີ​ຈິ້ນ​ຜີ​ງກ່າວວ່າ,ສະຫາຍ​ຟີ​​ແດນ ກັສ​ໂຕຣ​ແມ່ນ​ຜູ້​ສ້າງ​ຕັ້ງ​ພັກ​ກອມ​ມູ  ນິດກູ​ບາ​ແລະ​ພາລະກິດ​ສັງຄົມ​ນິຍົມ​ກູ​ບາ,​ແມ່ນ​ຜູ້ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ​ກູ​ບາ.ທ່ານ​ເປັນ​ບຸກຄົນ​ທີ່​ຍິ່ງ​ໃຫຍ່​ຂອງ​ຍຸກ​ສະ​ໄໝ​ພວກ​ເຮົາ,ທ່ານ​ໄດ້​ສ້າງ​ຄຸນງາມຄວາມ​ດີ​ທີ່​ບໍ່​ມີ​ວັນ​ມົວ​ໝອງທາງ​ປະຫວັດສາດ​ແຫ່ງການ​ພັດທະນາ​ສ້າງ​ຕັ້ງ​ສັງຄົມ​ນິຍົມ​ແລະ​ສະໜັບສະໜູນ​ພາລະກິດ​ອັນ​ເປັນ​ທຳ​ຂອງ​ປະ​ເທດ​ຕ່າງໆ​ເຊິ່ງຈະ​ຖືກ​ຈາລຶກ​ໄວ້​ຊົ່ວ​ນິລັນ.​ຂ້າ​ພະ​ເຈົ້າ​ມາ​ໄວ້ອາ​ໄລ​​ໃນ​ມື້​ນີ້​ກໍ​​ເພື່ອ​ສະ​ແດງ​ໃຫ້​ສະຫາຍ​ເພື່ອນ​ມິດ​ກູ​ບາ​ເຫັນ​ວ່າ,​ໃນ​ໄລຍະ​ພິ​ເສດ​ນີ້,ພັກ, ລັດຖະບານ​ແລະ​ປະຊາຊົນ​ຈີນ​ຈະ​ຢືນ​ຢູ່​ຄຽງ​ຂ້າງ​ພັກ,ລັດຖະບານ​ແລະ​ປະຊາຊົນ​ກູ​ບາ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ແລະ​ເຊື່ອ​ໝັ້ນ​ວ່າ,ພາຍ​ໃຕ້​ການ​ນຳພາ​ອັນ​ເຂັ້ມ​ແຂງຂອງ​ປະ​ທານ​ຣາ​ອຸນ ກັສ​​ໂຕຣ,ພັກ ລັດຖະບານ​ແລະ​ປະຊາຊົນ​ກູ​ບາ​ຈະ​ສືບ​ທອດ​ພາລະ​ກຳ​ຂອງ​ສະຫາຍ​ຟີ​​ແດນ ກັສ​ໂຕຣຫັນ​ຄວາມ​​ໂສກ​ເສົ້າ​ເປັນ​ພະ​ລັງ​​ແຮງແລະ​ປະສົບ​ຜົນ​ສຳ​ເລັດ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ແລະ​ພັດທະນາ​ສັງຄົມ​ນິຍົມ​ກູ​ບາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ