ລາວ-ຫວຽດນາມ​ຫາ​ລືກໍ່ສ້າງ​ທໍ່​ສົ່ງ​ນ້ຳມັນ​ຂ້າມ​ແດນ
2016-11-30 10:17:48  cri 
ໜັງສື​ພິມ​ວຽງ​ຈັນທາ​ມສະບັບວັນ​ທີ 29 ພະຈິກ​ນີ້​ລາຍ​ງານ​ວ່າ: ລັດຖະບານ​ລາວ-ຫວຽດນາມ​ໄດ້​ສຸມ​ທຸກ​ຄວາມ​ພະຍາຍາມ​ສະໜັບສະໜູນການກໍ່ສ້າງ​ທໍ່​ສົ່ງ​ນ້ຳມັນ​ລະຫວ່າງ​ສອງ​ປະ​ເທດ​ເພື່ອສົ່ງ​ນ້ຳມັນ​​ເຊື້ອ​ໄຟ​ຈາກ​ຫວຽດນາມ​ສູ່ລາວ.

ຂ່າວແຈ້ງວ່າ: ໂຄງການດັ່ງກ່າວປະກອບດ້ວຍທໍ່ສົ່ງນ້ຳມັນ 2 ສາຍ​ໂດຍມີຄວາມຍາວປະມານ 306 ກິໂລແມັດ ແລະມີປ້ຳນ້ຳມັນ 4 ແຫ່ງທີ່​ຈະ​ຮັບນ້ຳມັນກາ​ຊວນ​​ແລະ​ນ້ຳມັນ​​ແອັດ​ຊັງ​ຈາກ​ທ່າ​ກຳ​ປັ່ນ​ຮອນລາ​ແຂວງ​ກວາງ​ບິງ ພາກ​ກາງ​ຫວຽດນາມສູ່ແຂວງ​ຄຳ​ມ່ວນ ພາກ​ກາງ​ລາວ.

​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ, ລັດ​ຖະບານ​ລາວ​ໄດ້​ມອບ​ຄວາມ​ຮັບຜິດຊອບ​ໃຫ້ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ລາວ​ສຳ​ຫຼວດ​ແລະ​ກໍ່ສ້າງ​ທໍ່​ສົ່ງ​ນ້ຳມັນ ​ແລະ​ລັດຖະບານ​ຈະ​ບໍ່​ສະໜອງ​ງົບປະມານໃຫ້​​ໂຄງການ​ນີ້ ​ແຕ່​ຈະ​ສະໜັບສະໜູນ​ການ​ກໍ່ສ້າງ​ທໍ່​ສົ່ງ​ນ້ຳມັນ​ຢ່າງ​ສຸດ​ຄວາມ​ສາມາດ​ໂດຍຄາດ​ວ່າ ​ລັດຖະບານ​ລາວຈະພິຈາລະນາ​ໂຄງການ​ດັ່ງກ່າວ​ໃນ​ທ້າຍ​ປີນີ້.

ຖ້າ​ຫາກ​ສ້າງທໍ່​ສົ່ງ​ນ້ຳມັນ​ສຳ​ເລັດ ຈະ​ສາມາດ​ຫຼຸດ​ຕົ້ນ​ທຶນ​ການ​ຂົນ​ສົ່ງ​ຜະລິດ​ຕະພັນ​ນ້ຳມັນ​ເຊື້ອ​ໄຟຂອງ​ລາວ​ທັງຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ແລະນ້ຳມັນ​ເຊື້ອ​ໄຟ​ກໍ​ຈະ​ຖືກ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ