ໜັງສືພິມວຽງຈັນທາມສະບັບວັນທີ 29 ພະຈິກນີ້ລາຍງານວ່າ: ລັດຖະບານລາວ-ຫວຽດນາມໄດ້ສຸມທຸກຄວາມພະຍາຍາມສະໜັບສະໜູນການກໍ່ສ້າງທໍ່ສົ່ງນ້ຳມັນລະຫວ່າງສອງປະເທດເພື່ອສົ່ງນ້ຳມັນເຊື້ອໄຟຈາກຫວຽດນາມສູ່ລາວ.
ຂ່າວແຈ້ງວ່າ: ໂຄງການດັ່ງກ່າວປະກອບດ້ວຍທໍ່ສົ່ງນ້ຳມັນ 2 ສາຍໂດຍມີຄວາມຍາວປະມານ 306 ກິໂລແມັດ ແລະມີປ້ຳນ້ຳມັນ 4 ແຫ່ງທີ່ຈະຮັບນ້ຳມັນກາຊວນແລະນ້ຳມັນແອັດຊັງຈາກທ່າກຳປັ່ນຮອນລາແຂວງກວາງບິງ ພາກກາງຫວຽດນາມສູ່ແຂວງຄຳມ່ວນ ພາກກາງລາວ.
ເພື່ອບັນລຸເປົ້າໝາຍດັ່ງກ່າວ, ລັດຖະບານລາວໄດ້ມອບຄວາມຮັບຜິດຊອບໃຫ້ບໍລິສັດນ້ຳມັນເຊື້ອໄຟລາວສຳຫຼວດແລະກໍ່ສ້າງທໍ່ສົ່ງນ້ຳມັນ ແລະລັດຖະບານຈະບໍ່ສະໜອງງົບປະມານໃຫ້ໂຄງການນີ້ ແຕ່ຈະສະໜັບສະໜູນການກໍ່ສ້າງທໍ່ສົ່ງນ້ຳມັນຢ່າງສຸດຄວາມສາມາດໂດຍຄາດວ່າ ລັດຖະບານລາວຈະພິຈາລະນາໂຄງການດັ່ງກ່າວໃນທ້າຍປີນີ້.
ຖ້າຫາກສ້າງທໍ່ສົ່ງນ້ຳມັນສຳເລັດ ຈະສາມາດຫຼຸດຕົ້ນທຶນການຂົນສົ່ງຜະລິດຕະພັນນ້ຳມັນເຊື້ອໄຟຂອງລາວທັງຮັບປະກັນຄວາມໝັ້ນຄົງດ້ານພະລັງງານແລະນ້ຳມັນເຊື້ອໄຟກໍຈະຖືກລົງ.