ພົບ​ຜູ້​ລອດ​ຊີວິດ​ 6 ຄົນຈາກ​ຍົນ​ໂດຍສານ​ໂກ​ລົມ​ບີ​ຕົກ
2016-11-30 16:52:08  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 29 ພະຈິກ​ນີ້, ທ່ານ ຮູ​ອັນ ມາ​ນູ​ແອນ ຊັງ​ທົສ ຄານ​ເດຣົງ ປະທານາທິບໍດີ​ໂກ​ລົມ​ບີ​ຢືນຢັນ​ວ່າ, ພາຍຫຼັງຍົນ​ໂດຍສານ​ລຳ​ໜຶ່ງ​ໄດ້​ເກີດ​ອຸບັດ​ເຫດ​ຕົກ​ຢູ່​ໃກ້​ສະໜາມ​ບິນ​ສາກົນ​ເມືອງ​ເມ​ເດີ​ລິນ ​ເທດສະບານ​ແຂວງ​ອັນ​ຕີ​ໂອ​ກີ​ປະ​ເທດ​ຕົນ​ໃນ​ຕອນ​ຄ່ຳ​ວັນ​ທີ 28 ພະຈິກ​ນີ້, ​ເຈົ້າໜ້າ​ທີ່​ກູ້​ໄພ ​ໄດ້​ພົບ​ຜູ້​ລອດ​ຊີວິດ 6 ຄົນ. ທາງ​ການ​ໂກ​ລົມ​ບີ​ແຈ້ງ​ຕົວ​ເລກຫຼ້າສຸດ​ວ່າ, ຢູ່​​ຍົນມີ​ຜູ້​ໂດຍສານ 77 ຄົນ, ຂະນະ​ທີ່ຜູ້​ເສຍ​ຊີວິດ​ມີໜ້ອຍ​ກວ່າ​ຂ່າວທີ່​ໄດ້​ລາຍ​ງານ​​​ກ່ອນໜ້າ​ນີ້ 4 ຄົນ ​ເຊິ່ງກ່ອນ​ໜ້າ​ນີ້ ​ແລະ​ກໍ​ມີ​ຂ່າວ​ແຈ້ງວ່າ, ຢູ່​​ຍົນ​ລຳ​ນີ້​ມີ​ຜູ້​ໂດຍສານ 81 ຄົນ​ເຊິ່ງລວມທັງນັກ​ກິລາ​ເຕະບານຈາກສະ​ໂມ​ສອນດັງຂອງ​ເບຣຊິນ.

    ເຈົ້າໜ້າ​ທີ່ສະໜາມ​ບິນ​ເມ​ເດີ​ລິນ​ແຈ້ງ​ຂ່າວ​ວ່າ, ຍົນ​ໂດຍສານ​ທີ່​ເກີດ​ເຫດ ​ໄດ້​ບິນ​ອອກ​ຈາກ​ໂບລີ​ວີ ​ແລະ​ເຄີຍ​ໄດ້​ຮັບ​ລາຍ​ງານສະາບ​ຂັດຂ້ອງ​ຂອງ​ລະບົບ​​ໄຟຟ້າ​ຕໍ່​ສະໜາມ​ບິນ. ​ແນວ​ໃດ​ກໍ​ດີ, ກົມ​ການບິນ​ພົນລະ​ເຮືອນ​ໂກ​ລົມ​ບີ​ພວມ​ສືບ​ຕໍ່​ຊ່ວຍ​ຊີວິດຜູ້​ປະສົບ​ໄພ ​ແລະ​ຄາດ​ຄະ​ເນ​ເບື້ອງ​ຕົ້ນວ່າ ອາດ​​ເປັນຍ້ອນ​ນ້ຳມັນ​ເຊື້ອ​ໄຟ​ບໍ່ພໍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ