ນາຍົກລາວຢ້ຽມຢາມແຂວງ​ຫູ​ນານ ສປ ຈີນ
2016-12-01 17:06:40  cri 
  ທ່ານ ທອງ​ລຸນ ສິສຸ​ລິດ ນາຍົກລັດຖະມົນຕີ ສປປ ລາວພ້ອມດ້ວຍ​ຄະນະ​ໄດ້ ​ຢ້ຽມຢາມແຂວງ​ຫູ​ນານ ສປ ຈີນ​ໃນ​ວັນ​ທີ 29-30 ພະຈິກ​ຜ່ານ​ມາ ​ໂດຍ​ທ່ານ ຕູ້​ເຈ່ຍ​ຫາວ ​ເລຂາ​ພັກ​ແຂວງຫູ​ນານ​ໄດ້​ເຂົ້າ​ຢ້ຽມ​ຄຳນັບທ່ານ ທອງ​ລຸນ ພ້ອມ​ຄະນະ, ຂະນະ​ທີ່​ທ່ານ ສູ​ຕາ​ເຈີ ຮອງ​ເລຂາ​ພັກ​ແຂວງ, ຮັກສາ​ການເຈົ້າ​ແຂວງ​ຮ່ວມ​ຕິດຕາມ​ຄະນະ.

  ​ໃນ​ໂອກາດ​ຢ້ຽມຢາມ​ເຂດ​ເມືອງໃໝ່​ຊ່ຽງ​ຈ່ຽງ, ທ່ານ ທອງ​ລຸນ ສິສຸ​ລິດ ກ່າວ​ວ່າ: ຫຼັງ​ຈາກ 15 ປີ, ຕົນ​ໄດ້ມາ​ຢ້ຽມຢາມ​ແຂວງ​ຫູ​ນານ​​ອີກ​ເທື່ອ​ໜຶ່ງ​ແລະ​ໄດ້​​ເຫັນຜົນສຳ​ເລັດ​ໃນ​ການພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຂວງ​ດັ່ງກ່າວຢ່າງ​ໃຫຍ່​ຫຼວງ, ​ເຊິ່ງປະ​ເທດ​ຕົນ​ສາມາດຊອກ​ຫາ​ທ່າ​ແຮງການ​ພັດທະນາ​ເຫຼົ່າ​ນີ້​ໂດຍ​ສະ​ເພາະ​ບົດຮຽນການ​ສ້າງ​ເຂດ​ເມືອງ​ໃໝ່​ຊ່ຽງຈ່ຽງ. ​ແນວ​ໃດ​ກໍ​ດີ, ປະ​ເທດ​ຕົນ​ພ້ອມ​ຈະ​ຊຸກຍູ້​ການ​ແລກປ່ຽນ​ແລະຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ໄດ້ຮັບ​ຄວາມ​ຄືບ​ໜ້າ​ໃໝ່ຢ່າງ​ບໍ່​ຢຸດ​ຢັ້ງພາຍ​ໃຕ້​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".

  ໂອກາດ​​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ທ່ານ ຕູ້​ເຈ່ຍ​ຫາວ ​​ຕາງໜ້າຄະນະ​ພັກ​ແລະ​ອົງການ​ປົກຄອງ​ແຂວງ​ຫູ​ນານໄດ້​ກ່າວ​ວ່າ: ຈີນ-ລາວ​ເປັນ​ປະ​ເທດ​ເພື່ອນ​ມິດ​ທີ່​ໃກ້​ຄຽງ, ຈາກ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແຂວງ​ຕົນ​ຈະ​ເລັ່ງປະຕິບັດຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆລະຫວ່າງ​ສອງຝ່າຍ​ເປັນ​ຕົ້ນເສດຖະກິດ-ການ​ຄ້າ, ວັດທະນະທຳ, ການທ່ອງທ່ຽວ, ກະສິກຳ​ແລະ​ອື່ນໆ ທັງ​ນີ້​ຈະ​ສົ່ງ​ເສີມ​ວິ​ສາ​ຫະກິດ​ທີ່​ມີ​ທ່າ​ແຮງ​ຂອງ​ແຂວງ​ຕົນໄປລົງທຶນຢູ່​ລາວ​ໃຫ້​ຫຼາຍ​ກວ່າ​ເກົ່າ ​ເພື່ອ​ບັນລຸ​ເປົ້າ​ໝາຍການພັດທະນາ​ຮ່ວມກັນ​ແລະຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ