ຈີນ-ລາວຮ່ວມ​ມື​ສ້າງ​ຫ້ອງ​ກວດກາ​ແລະ​ທົບ​ສອບ​ຄຸນ​ນະພາ​ບວັດ​ສະ​ດຸ​ກໍ່ສ້າງ
2016-12-01 17:08:27  cri 

  ຕາມ​ຂ່າວ CRI: ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມມືກໍ່ສ້າງ "​ຫ້ອງ​ກວດກາ​ແລະ​ທົບ​ສອບ​ຄຸນ​ນະພາ​ບວັດ​ສະ​ດຸ​ກໍ່ສ້າງ" ລະຫວ່າງບໍລິສັດ​ລາວ​ເສິນ​ຈຽນ​ຄົວ​ລີ​ຕີ​ແອນ​​ເຕັກ​ໂນ​​ໂລ​ຊີ​ເຊິ​ວິດ​ສ໌ຈຳກັດ​ແລະກະຊວງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ລາວ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງວຽງ​ຈັນ ສປປ ລາວ​ໃນ​ວັນ​ທີ 30 ພະຈິກ​ຜ່ານ​ມາ ​ໂດຍ​ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ລາວ, ທ່ານ ຈ່າງ​ສຽວ​ສວນ ປະທານບໍລິສັດ​ລາວ​ເສິນ​ຈຽນ​ຄົວ​ລີ​ຕີ​ແອນ​ເຕັກໂນ​​ໂລ​ຊີ​ເຊິ​ວິດ​ສ໌ຈຳກັດພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ຈາກ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

  ທ່ານ ວຽງຄໍາ ວົງທະວິໄລ ຮັກສາ​ການ​ຫົວໜ້າ​ກົມ​ມາດຕະຖານ​ແລະ​ວັດ​ແທກກະຊວງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ລາວກ່າວ​ວ່າ: ການ​ຮ່ວມ​ມືສອງ​ຝ່າຍ​ເທື່ອ​ນີ້ກໍ​ເພື່ອຕອບ​ສະໜອງຕາມ​ຄວາມຮຽກຮ້ອງ​ຕ້ອງການ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແລະ​ການ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ຕົນ. ຂະນະ​ດຽວ​ກັນກໍຈະ​ສົ່ງ​ເສີມ​ການກຳນົດ​ແລະ​ປັບປຸງ​ມາດຕະຖານ​ກວດກາ​ຄຸນ​ນະພາ​ບຜະລິດ​ຕະພັນ​ຂອງ​ປະ​ເທດ​ຕົນ​ຢ່າງ​​ແຂງ​ແຮງ ທັງ​ຈະສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແ​ກ່​ຂະ​ແໜງ​ການ​ກວດກາ​​ແລະ​ທົດ​ສອບຄຸນ​ນະພາ​ບກໍ​ຄື​ຮັບປະກັນ​​ຄຸນ​ນະພາ​ບຜະລິດ​ຕະພັນ​ຂອງ​ປະ​ເທດ ອັນ​ເປັນ​ສ່ວນ​ສຳຄັນ​ຕໍ່​ການ​ຍົກ​ລະດັບ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ໃຫ້​ສູງ​ຂຶ້ນ. ນອກ​ນີ້, ​ຍັງ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການພັດທະນາ​ຊັບພະຍາກອນ​ມະນຸດ​ໃນ​ການ​ກວດກາ​ຄຸນ​ນະພາ​ບກໍ​ຄື​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ບໍລິ​ໂພ​ກອີກ​ດ້ວຍ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ