ອາ​ເມ​ລິ​ກາ​ຂວ້ຳ​ບາດ 7 ຄົນ ​ແລະ 16 ບໍລິສັດ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ ສປປ ​ເກົາຫຼີ
2016-12-03 17:05:57  cri 

ຫຼັງສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະປະຊາ​ຊາດ​ຮັບຮອງ​ເອົາ​ມະຕິ​ໃໝ່​ຕໍ່ ສປປ ​ເກົາຫຼີ ​ໃນ​ວັນ​ທີ 30 ພະຈິກ​ຜ່ານ​ມາ, ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ກໍໄດ້​ປະກາດ​ໃນ​ວັນ​ທີ 2 ທັນວາ​ນີ້​ວ່າ ຈະຂວ້ຳ​ບາດ 7 ຄົນ ​ແລະ 16 ບໍລິສັດ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ ສປປ ​ເກົາຫຼີ.

​ໃນ 7 ຄົນ​ທີ່​ຖືກ​ຂວ້ຳ​ບາດ​ດັ່ງກ່າວ ລວມມີ​ເຈົ້າໜ້າ​ທີ່​ຜູ້​ໜຶ່ງ​ຂອງກະຊວງ​ອຸດສາຫະກຳ​ພະລັງງານ​ປະລະມານູ ສປປ ​ເກົາຫຼີ, ຮອງປະທານຄະນະ​ກຳມະການ​ເສດຖະກິດ​ທີ 2 ທີ່​ສັງກັດ​ກະຊວງ​ອຸດສາຫະກຳຍຸດທະ​ພັນ ສປປ ​ເກົາຫຼີ, ​ເຈົ້າໜ້າ​ທີ່ 3 ທ່ານ​ຂອງ​ພັກ​ແຮງ​ງານ​​​ເກົາຫຼີ, ປະທານ​ບໍລິສັດ​ການ​ຄ້າ​ກຳຊັນ ​ເຊິ່ງ​ເປັນ​ບໍລິສັດ​ໃນ​ຂະ​ແໜງ​ການພະລັງງານ​ແລະຫຼອມ​ໂລຫະເກົາຫຼີ ພ້ອມ​ດ້ວຍ​ພະນັກງານ​ຜູ້​ໜຶ່ງ​ຂອງ​ບໍລິສັດ​ການ​ພັດທະນາການ​ຄ້າອຸດສາຫະກຳບໍ່​ແຮ່​ເກົາຫຼີ.

​ໃນ 16 ບໍລິສັດ​ທີ່​ຖືກ​ຂວ້ຳ​ບາດ​ເທື່ອ​ນີ້ ​ໄດ້​ເພີ່ມ​ຕື່ມ​ບໍລິສັດ​ການບິນ​ຄໍ​ໂຢພ້ອມ​ທັງ​ເຮືອ​ບິນ 16 ລຳ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ບໍລິສັດ​ດັ່ງກ່າວ; ບໍລິສັດ​ສຳຫຼວດນ້ຳມັນ​ເຊື້ອ​ໄຟ​ເກົາຫຼີ; ບໍລິສັດ​ການ​ຄ້າ​ໃນ​ຂະ​ແໜງ​ການ​ພະລັງງານ​ແລະ​ອຸດສາຫະກຳ​ບໍ່​ແຮ່​ເກົາຫຼີ; ສະ​ຖາ​ບັນ​ການ​ເງິນ 6 ​ແຫ່ງ ​ເປັນຕົ້ນ ທະນາຄານ​ຄໍ​ໂຢ, ທະນາຄານ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ, ບໍລິສັດ​ປະກັນ​ໄພ​ແຫ່ງ​ຊາດ​ເກົາຫຼີ; 4 ບໍລິສັດ​ ​ເປັນຕົ້ນ ບໍລິສັດ​ພັດທະນາ​ຕ່າງປະ​ເທດ​ມານ​ຊູ​ແດ ທີ່​ຖືກ​ເຫັນ​ວ່າ​ສວຍ​ໃຊ້ການ​ສົ່ງ​ອອກ​ແຮງ​ງານ​​ເກົາຫຼ​ເໜືອເພື່ອ​ສ້າງ​ລາຍ​ຮັບ​ເປັນ​​ເງິນຕາ​ຕ່າງປະ​ເທດ​ໃຫ້ປະ​ເທດ​ຕົນ; ບໍລິສັດ​ການ​ຄ້າ​ອີກ 2 ​ແຫ່ງ​ທີ່​ຖືກ​ເຫັນ​ວ່າຜ່ານ​ຊ່ອງ​ທາງ​ຕ່າງໆ​ເພື່ອ​ຜະລິດ​, ​ນຳ​ເຂົ້າ-ສົ່ງ​ອອກ​ແຮ່​ທາດ, ກຣາຟິດ, ຖ່ານ​ຫີນ ພ້ອມ​ດ້ວຍ​ອຸປະກອນ​​ຊອຟແວທີ່​ກ່ຽວຂ້ອງ ​ແລະ​ສ້າງ​ລາຍ​ຮັບ​ເປັນ​ເງິນຕາ​ຕ່າງປະ​ເທດ​ໃຫ້​ ສປປ ​ເກົາຫຼີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ