ລັດຖະບານ​ຟິລິບ​ປິນຂອບ​ໃຈ​ຕຳຫຼວດ​ທະ​ເລ​ຈີນ​ທີ່​ຊ່ວຍຊີວິດຊາວ​ຫາ​ປາ​ຟິລິບປິນ 2 ຄົນ
2016-12-03 17:45:09  cri 

ວັນ​ທີ 2 ທັນວາ​ນີ້, ລັດຖະບານ​ຟິລິບ​ປິນ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຕຳຫຼວດ​ທະ​ເລ​ຈີນ​ທີ່​ຊ່ວຍຊີວິດຊາວ​ຫາ​ປາ​ຟິລິບ​ປິນ 2 ຄົນ​ຢູ່​ເຂດ​ທະເລໃກ້​ເກາະ​ຮວງ​ອຽນ​ທະ​ເລ​ຈີນ​ໃຕ້.

ທ່ານ​ມາ​ຕິນ ອັນ​ດາ​ນາ ຫົວໜ້າ​ຫ້ອງການ​ຖະ​ແຫຼ​ງຂ່າວ​ ​ທຳນຽບປະທານາທິບໍດີ​ຟິລິບ​ປິນກ່າວ​ໃນວັນດັ່ງກ່າວວ່າ, ພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຂອງກຳ​ປັ່ນ​ຕຳຫຼວດ​ທະ​ເລ​ຈີນ, ກອງຕຳຫຼວດ​ຊາຍຝັ່ງ​ທະ​ເລ​ຟິລິບ​ປິນ​ສາມາດຊ່ວຍເຫຼືອູ​ຊາວ​ປາ​ຫາ​ຟິລິບ​ປິນ 2 ຄົນ​ທີ່​ຫາຍ​ສາບ​ສູນ​ນັ້ນໄດ້ຢ່າງ​ສຳ​ເລັດ​ຜົນ.

ທ່ານ​ອັນ​ດາ​ນາ​ກ່າວ​ຕື່ມວ່າ, "ພວກ​ຂ້າພະ​ເຈົ້າ​ຂອບ​ໃຈ​ຕຳຫຼວດ​ທະ​ເລ​ຈີນ​ທີ່​ໄດ້ໃຫ້ການ​ຊ່ວຍ​ເຫຼືອ, ທັງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າການ​ພົວພັນ​ຟິລິບ​ປິນ-ຈີນ​ໄດ້​ກັບ​ຄືນ​ສູ່​​ເສັ້ນທາງ​​ໄມ​ຕີ​ຈິດ​ມິດຕະພາບອີກພາຍຫຼັງ​ທ່ານ​ປະທານາທິບໍດີໂຣດຣີໂກ ດູເຕີເຕ​ຢ້ຽມຢາມ​ຈີນ​ຢ່າງ​ສຳ​ເລັດ​ຜົນ​ໃນ​ໄລຍະມໍ່ໆນີ້. ແນວໃດກໍ່ດີ,ພວກ​ຂ້າພ​ເຈົ້າ​ຫວັງວ່າການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕື່ມ​ອີກ​ໃນ​ອະນາຄົດ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ