ຈີນ​ແລະ​ຍີ່ປຸ່ນ​ຈະ​ຫາລືວຽກ​ງານ​ທາງ​ທ​ະ​ເລ​ຮອບ​ທີ 6
2016-12-08 10:20:00  cri 
​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ທັນວາ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວວ່າ, ຈີນ​ແລະ​ຍີ່ປຸ່ນ​ຈະປຶກສາ​ຫາລື​​ໃນລະດັບ​ສູງ​ກ່ຽວ​ກັບ​ວຽກ​ງານ​ທາງ​ທະ​ເລ​ຮອບ​ທີ 6.

ທ່ານ​ລູ້​ຄ່າງ ກ່າວ​ວ່າ, ຫຼັງການ​ປຶກສາ​ຫາລື, ສອງ​ຝ່າຍ​ໄດ້​ຕົກລົງ​ຈະ​ປຶກ​ສາ​ຫາລື​ໃນລະດັບ​ສູງ​ກ່ຽວ​ກັບ​ວຽກ​ງານ​ທາງ​ທະ​ເລ​ຮອບທີ 6 ຢູ່​​ເມືອງ​ໄຫ​ໂຄ​ວ​ແຂວງ​ໄຫ​ຫຼຳ ສປ ຈີນ​ໃນ​ວັນ​ທີ 7 ຫາ​ວັນ​ທີ 9 ທັນວາ​ນີ້, ​​ໂດຍ​ມີເຈົ້າ​ໜ້າ​ທີ່​ການ​ຕ່າງປະ​ເທດ, ການປ້ອງ​ກັນ​ປະ​ເທດ, ການ​ປະຕິບັດ​ກົດໝາຍ​ທາງ​ທະ​ເລ​ແລະ​ພາກສ່ວນ​​ວຽກ​ງານ​ຄຸ້ມ​ຄອງທາງ​ທະ​ເລ​ຂອງ​ສອງ​ປະ​ເທດ​ເຂົ້າ​ຮ່ວມ.

ທ່ານ​ລູ້​ຄ່າງອະທິບາຍວ່າ, ກົນ​ໄກ​ປຶກສາ​ຫາລື​ລະດັບ​ສູງ​ກ່ຽວກັບ​ວຽກ​ງານ​ທາງ​ທະ​ເລ​ລະຫວ່າງ​ຈີນ-​ຍີ່ປຸ່ນ​ແມ່ນ​ກົນ​ໄກ​ການປະ​ສານ​ສົມທົບ​ສັງ​ລວມກ່ຽວ​ກັບ​ວຽກ​ງານ​ທາງ​ທະ​ເລ​ລະຫວ່າງ​ສອງ​ປະ​ເທດ, ​ແລະຈີນ​ກໍຍິນ​ດີ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​​ເລິກ​ເຊິ່ງກ່ຽວ​ກັບ​ບັນຫາ​ທະ​ເລ​ທີ່​ສອງ​ຝ່າຍ​ສົນ​ໃຈຮ່ວມ​ກັນ​ໂດຍ​ໃນ​ການ​ປຶກສາ​ຫາລື​​ເທື່ອ​ນີ້, ກໍ​ເພື່ອ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃຫ້​ຫຼາຍ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ