ຕາມຂ່າວ CRI: ກອງປະຊຸມເວທີປຶກສາຫາລືປະຊາຊົນຈີນ-ຫວຽດນາມຄັ້ງທີ 8 ໄດ້ຈັດຂຶ້ນຢູ່ເມືອງຫັງໂຈ່ວ ສປ ຈີນແຕ່ວັນທີ 6 ຫາວັນທີ 7 ທັນວານີ້. ໂດຍເນັ້ນຫົວຂໍ້ "ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນ, ຄວບຄຸມຄວາມຂັດແຍ້ງກັນແລະການຮ່ວມມືຮອບດ້ານ", ທັງນີ້ສອງຝ່າຍໄດ້ທົບທວນຄືນການຂະຫຍາຍຕົວຂອງສາຍພົວພັນລະຫວ່າງຈີນ-ຫວຽດນາມໃນຫຼາຍຜ່ານມາ, ທັງໄດ້ຕີລາຄາຜົນງານຂອງສອງພັກແລະສອງລັດໃນການເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດໃນປີຜ່ານມາ, ແລະເນັ້ນວ່າມິດຕະພາບ, ການຮ່ວມມື, ຕ່າງຝ່າຍຕ່າງມີຜົນປະໂຫຍດແມ່ນສິ່ງສຳຄັນຂອງການພົວພັນລະຫວ່າງສອງຝ່າຍ.
ກອງປະຊຸມເທື່ອນີ້, ສອງຝ່າຍໄດ້ບັນລຸຄວາມເປັນເອກະພາບກັນ 3 ຂໍ້, ເປັນຕົ້ນ:
ໜຶ່ງ, ຈີນ-ຫວຽດນາມແມ່ນປະເທດສັງຄົມນິຍົມທີ່ນຳພາໂດຍພັກກອມມູນິດ, ແມ່ນປະຊາຄົມຮ່ວມໂຊກຊະຕາກຳ.
ສອງ, ຄວາມຂັດແຍ້ງກັນທາງທະເລແມ່ນປັດໄຈສຳຄັນທີ່ກະທົບເຖິງການເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດ, ແຕ່ບໍ່ແມ່ນທັງໝົດຂອງການພົວພັນລະຫວ່າງສອງຝ່າຍ.
ສາມ, ຈີນແລະຫວຽດນາມແມ່ນໂອກາດແຫ່ງການພັດທະນາຮ່ວມກັນ. ໂດຍສອງຝ່າຍຄວນເພີ່ມທະວີການເຊື່ອມຕໍ່ນະໂຍບາຍໃນຂອບ "ໜຶ່ງແລວທາງໜຶ່ງເສັ້ນທາງ" ແລະ "ສອງແລວທາງແລະໜຶ່ງວົງຈອນເສດຖະກິດ" ບົນພື້ນຖານການພັດທະນາຂອງສາຍພົວພັນລະຫວ່າງສອງປະເທດ.