ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ປະຊາຊົນ​ຈີນ​-ຫວຽດນາມ​ຄັ້ງ​ທີ 8 ຈັດ​ຂຶ້ນ​ຢູ່​ເມືອງ​ຫັງ​ໂຈ່​ວ
2016-12-08 16:39:12  cri 
ຕາ​ມຂ່າວ CRI: ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ປະຊາຊົນ​ຈີນ-​ຫວຽດນາມ​ຄັ້ງ​ທີ 8 ​ໄດ້ຈັດ​ຂຶ້ນ​ຢູ່​ເມືອງ​ຫັງ​ໂຈ່​ວ​ ສປ ຈີນແຕ່​ວັນ​ທີ 6 ຫາ​ວັນ​ທີ 7 ທັນວານີ້. ​ໂດຍ​ເນັ້ນ​ຫົວ​ຂໍ້ "​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຄວບ​ຄຸມ​ຄວາມ​ຂັດ​ແຍ້ງກັນ​ແລະ​ການ​ຮ່ວມ​ມື​ຮອບດ້ານ", ທັງ​ນີ້ສອງ​ຝ່າຍ​ໄດ້​ທົບ​ທວນຄືນ​ການ​ຂະຫຍາຍຕົວ​ຂອງ​ສາຍ​ພົວພັນ​ລະຫວ່າງ​ຈີນ​-​ຫວຽດນາມ​ໃນ​ຫຼາຍຜ່ານ​ມາ, ທັງ​ໄດ້​ຕີ​ລາຄາ​ຜົນງານ​​ຂອງ​ສອງ​ພັກ​ແລະ​ສອງ​ລັດ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີຜ່ານມາ, ​ແລະ​ເນັ້ນ​ວ່າ​ມິດຕະພາບ, ການ​ຮ່ວມ​ມື, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແມ່ນ​​ສິ່ງ​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.

ກອງ​ປະຊຸມ​ເທື່ອ​ນີ້​, ສອງ​ຝ່າຍ​ໄດ້​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນ 3 ຂໍ້, ​ເປັນ​ຕົ້ນ:

ໜຶ່ງ, ຈີນ​-ຫວຽດນາມ​ແມ່ນ​ປະ​ເທດ​ສັງຄົມ​ນິຍົມ​ທີ່​ນຳພາ​ໂດຍ​ພັກ​ກອມ​ມູນິດ, ​ແມ່ນ​ປະຊາ​ຄົມ​ຮ່ວມ​ໂຊກ​ຊະຕາກຳ.
ສອງ, ຄວາມ​ຂັດ​ແຍ້ງກັນ​ທາງ​ທະ​ເລ​ແມ່ນ​ປັດ​ໄຈ​ສຳຄັນ​ທີ່​ກະທົບ​ເຖິງ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ແຕ່​ບໍ່​ແມ່ນ​​ທັງ​ໝົດ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.
ສາມ, ຈີນ​ແລະ​ຫວຽດນາມ​​ແມ່ນ​ໂອກາດ​ແຫ່ງ​ການ​ພັດທະນາ​ຮ່ວມ​ກັນ. ​ໂດຍສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ນະ​ໂຍບາຍ​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ "​​ສອງແລວ​ທາງ​​ແລະ​ໜຶ່ງ​ວົງ​​ຈອນ​ເສດຖະກິດ" ​ບົນ​ພື້ນຖານການ​ພັດທະນາ​ຂອງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ