ບໍລິສັດ​ຈີນ​ຈັດຊຸດ​ອົມຮົມສົ່ງ​ເສີມ​ການ​ຫັນ​ເປັນ​ມາດຕະຖານ​ຢາງ​ພາລາ​ທຳ​ມະ​ຊາດ​ຈີນ-ລາວ
2016-12-08 13:44:26  cri 

  ຕາມ​ຂ່າວ CRI: ບໍລິສັດລົງທຶນຢູນຊ້ຽງທີ່ຂຶ້ນກັບກຸ່ມບໍລິສັດບຸກເບີກກະສິກຳແຂວງຢຸນນານ ສປ ຈີນ​ແລະ​ສະ​ຖາ​ບັນ​ວິທະຍາສາດ​ກະສິກຳ​ເຂດ​ຮ້ອນ​ຈີນ​ໄດ້​ຮ່ວມ​ກັນ​ຈັດຊຸດອົມຮົມສົ່ງ​ເສີມການ​ຫັນ​ເປັນ​ມາດຕະຖານ​ຢາງ​ພາລາ​ທຳ​ມະ​ຊາດ​ຈີນ-ລາວ​ຢູ່ບ້ານສົບຕຸດເມືອງນ້ຳທາແຂວງຫຼວງນ້ຳທາ ສປປ ລາວ​ໃນ​ວັນ​ທີ 7 ທັນວາ​ນີ້.

  ທ່ານ ກາວ​​​ເຈ ຮອງ​ຜູ້ອຳນວຍການ​ບໍລິສັດລົງທຶນຢູນຊ້ຽງ ກ່າວ​​ໃນ​ພິທີ​ດ່ັງກ່າວວ່າ: ປັດຈຸບັນ, ​ຢາງ​ພາລາ​ທຳ​ມະ​ຊາດ​ຍັງ​ບໍ່​ທັນ​ໄດ້​ມາດຕະຖານເທື່ອ, ​ຈາກ​ນີ້​ຈຶ່ງຫວັງ​ວ່າ 2 ໜ່ວຍ​ງານ​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ແລະເສີມ​ຂະຫຍາຍທ່າ​ແຮງ ທັງ​ປະສານສົມທົບກັນ​ວາງມາດຕະຖານການ​ຜະລິດ​ຢາງ​ພາລາ​ທຳ​ມະ​ຊາດ​ໃຫ້​​ແທດເໝາະກັບ​ສະພາບ​ຕົວ​ຈິງ​ຂອງລາວ.

  ທ່ານ ​ໂລ​ຊືສ້ຽວ ສາ​ສະ​ດາ​ຈານສະ​ຖາ​ບັນ​ວິທະຍາສາດ​ກະສິກຳ​ເຂດ​ຮ້ອນ​ຈີນກ່າວ​ວ່າ: ສະ​ຖາ​ບັນ​ຕົນ​ຈະ​ສະໜອງການ​ຄ້ຳປະກັນ​ທາງ​ເຕັກນິກ​ໃຫ້​ແກ່​ບໍລິສັດລົງທຶນຢູນຊ້ຽງ​ໃນການ​ສ້າງ​ສູນຜະລິດຢູ່​ລາວ ທັງຈະ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບການ​ປະຕິ​ຮູບ​ເຕັກນິກປາດ​ຢາງ​ພາລາ​ໃໝ່​ກັບ​ກຳມະກອນອີກ​ດ້ວຍ.

  ຂ່າວ​ແຈ້ງວ່າ, ນັບ​ແຕ່ບໍລິສັດລົງທຶນຢູນຊ້ຽງ​ເຂົ້າ​ມາ​ລົງທຶນ​ຢູ່​ລາວ​ເປັນ​ຕົ້ນ​ມາ, ​ ໄດ້​ຍົກ​ລະດັບ​ໃຫ້​ແກ່​ກຳມະກອນປາດ​ຢາງ​ພາ​ລາລາວຢ່າງຫ້າວຫັນ​, ​ເວົ້າລວມ​ເວົ້າ​ສະ​ເພາະ​ແຕ່​ປີ 2016, ກຳມະກອນລາວ​ເຖິງ 608 ຄົນ​ໄດ້​ຮັບ​ການ​ຍົກ​ລະດັບ​ຈາກ​ບໍ​ລິ​ສັດ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ