​ເປີດໂຄງການສາທິດ​ການ​ຮ່ວມ​ມື​ແກ້​ໄຂ​ຄວາມທຸກຍາກ​ຢູ່​ອາຊີ​ຕາ​ເວັນ​ອອກ
2016-12-08 15:39:43  cri 

  ຕາມ​ຂ່າວ CRI: ພິທີ​ເປີດ​ໂຄງການສາທິດ​ການ​ຮ່ວມ​ມື​​ແກ້​ໄຂ​ຄວາມທຸກຍາກ​ຢູ່​ອາຊີ​ຕາ​ເວັນ​ອອກ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ ສປປ ລາວ​ໃນ​ວັນ​ທີ 7 ທັນວາ​ນີ້ ​ໂດຍ​ທ່ານ ທອງ​ວັນ ວິ​ໄລ​ເຮືອງ ຮັກສາ​ການ​ປະທານ​ຄະນະ​ກຳມະການ​ພັດທະນາ​ຊົນນະບົດ​ແລະ​ແກ້​ໄຂ​ຄວາມທຸກ​ຍາກລາວ, ທ່ານ ກວນຮວາປິງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຈາກຈີນ, ລາວ, ມຽນມາ​ແລະ​ກຳປູ​ເຈຍ​ເຂົ້າ​ຮ່ວມ.

  ທ່ານ ທອງ​ວັນ ວິ​ໄລ​ເຮືອງ ​ກ່າວວ່າ: ບັນຫາ​ຄວາມທຸກ​ຍາກ​​ແມ່ນ​ໜຶ່ງ​ໃນ​ສິ່ງ​ທ້າ​ທາຍ​ຂອງ​ຂະ​ບວນການ​ພັດທະນາ​ເສດຖະກິດ-ສັງຄົມ. ຂະນະ​ທີ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ຕົນ, ກຳປູ​ເຈຍ​ແລະ​ມຽນມາຖ້າ​​ທຽບ​ໃສ່​​ປະ​ເທດ​ອື່ນໃນ​ອາ​ຊຽນ​ແລ້ວຍັງ​ມີຄວາມແຕກ​ໂຕນ​ກັນອ່າວ​ຫຼາຍ. ຈາກ​ນີ້, ໂຄງການສາທິດ​ການ​ຮ່ວມ​ມືແກ້​ໄຂ​ຄວາມທຸກຍາກ​ຢູ່​ອາຊີ​ຕາ​ເວັນ​ອອກຈຶ່ງ​ມີ​ຄວາມ​ໝາຍ​ສຳຄັນໃນ​ການ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ແລະ​ຫຼຸ​ດຜ່ອນຄວາມແຕກ​ໂຕນ​ກັນ​ໃນ​ອາ​ຊຽນ​ໃຫ້​ໜ້ອຍ​ລົງ​​.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ