ປະທານ​ປະ​ເທດ​ຈີນ​ພົບ​ປະກັບ​ປະທານາທິບໍດີ​ກາ​ບົງ
2016-12-08 15:04:49  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 7 ທັນວາ​ນີ້ ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ທ່ານ ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ ອາລີ ​ເບັນ ບົງ​ໂກ ອົນ​ດິມບາ ປະທານາທິບໍດີ​ກາ​ບົງ. ​ໂອກາດ​ນີ້, ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ຕົກລົງ​ຍົກ​ສາຍ​ພົວພັນ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນ​ເປັນ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ, ຖື​​ເອົາການຈັດຕັ້ງປະຕິບັດ​ໝາກຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ໂຢຮານ​ເນັສບວກ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-​ອາ​ຟຣິກາ​ເປັນ​ກົກ, ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ພັດທະນາ​ຂອງ​ສອງ​ປະ​ເທດ, ​ວາງ​ແຜນການສົ່ງ​ເສີມ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງຮອບດ້ານ ​ແລະ​ບັນລຸ​ການ​ພັດທະນາ​ຮ່ວມ​ກັນ. ຂະນະ​ດຽວ​ກັນ, ກໍ​ເນັ້ນຮັດ​ແໜ້ນ​ການ​ປະສານ​ງານ​ວຽກ​ງານ​ສາກົນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ປະສານ​ງານ​ໃນ​ບັນຫາ​​ໃຫຍ່ທີ່​ສອງ​ຝ່າຍ​ສົນ​ໃຈ ​ເຊັ່ນ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ສັນຕິພາບ ​ແລະ​ຄວາມ​ໝັ້ນຄົງ​ຂອງ​ທະວີບອາ​ຟຣິກາ​ເປັນຕົ້ນ ​ເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ປະ​ເທດ​ພວມ​ພັດທະນາ.

    ຫຼັງການ​ພົບ​ປະ, ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ເປັນ​ສັກຂີ​ພິຍານ​​ການ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ສອງ​ຝ່າຍ​ທັງໃນ​ດ້ານ​ເສດຖະກິດ, ​ເຕັກນິກ, ວັດທະນະທຳ, ການ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ